ບາດກ້າວໃໝ່ຂອງການຮ່ວມມືຫວຽດນາມ-ຍີ່ປຸ່ນ ໃນສັງກາດວິທະຍາສາດ-ເຕັກໂນໂລຢີ
ກປ.ອອນໄລ - ຕອນເຊົ້າວັນທີ 13 ມີນາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດ “ເວທີປາໄສວິໄສທັດອາວະກາດຫວຽດນາມ-ຍີ່ປຸ່ນ 2026: ການຮ່ວມມືໃຫ້ສັງກາດໃໝ່”.
ເວທີໄດ້ດຳເນີນໃນລະຫວ່າງວັນທີ 12-15 ມີນາ ດ້ວຍວາລະປຶກສາຫາລືຕ່າງໆເຊ່ິງສຸມໃສ່ເຂົ້າຫົວຂໍ້ສໍາຄັນ, ຄື: ໝູນໃຊ້ຂໍ້ມູນຂ່າວສານດາວທຽມໃນການຕ້ານ ແລະສະກັດກັ້ນໄພທໍາມະຊາດ-ການປ່ຽນແປງຂອງດິນຟ້າອາກາດ; ຕິດຕາມກວດກາກໍາປັ່ນ, ເຮືອ ແລະເສດຖະກິດທະເລ; ກະສິກໍາອັດສະລິຍະ; ຄຸ້ມຄອງຊັບພະຍາກອນ-ສິ່ງແວດລ້ອມ...
ກ່າວຄໍາເຫັນທ່ີເວທີປາໄສ, ທ່ານ ຟ້າມມິງຈິງ ເນັ້ນໜັກວ່າ ຫວຽດນາມ ສະເໝີຕົ້ນສະເໝີປາຍພັດທະນາອາວະກາດເພື່ອຈຸດປະສົງສັນຕິພາບ, ປະຕິບັດຕາມສົນທິສັນຍາຂອງ ສປຊ ແລະກົດໝາຍສາກົນ, ເພື່ອເປົ້າໝາຍພັດທະນາແບບຍືນຍົງ, ເພື່ອຜົນປະໂຫຍດຂອງປະຊາຊົນ, ຂອງວິສາຫະກິດ ແລະຂອງປະເທດຊາດ; ພ້ອມທັງຮັກສາລັກສະນະເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້້ມແຂງດ້ວຍຕົນເອງພ້ອມກັບການເປີດກວ້າງການຮ່ວມມືສາກົນໃຫ້ມີເນື້ອແທ້, ມີປະສິດທິຜົນ.
    |
 |
|
ບັນຍາກາດທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ |
ຫວຽດນາມ ລະດົມ ແລະນໍາໃຊ້ແຫຼ່ງກໍາລັງທຸກຢ່າງເພື່ອພັດທະນາວິທະຍາສາດອຸດສາຫະກໍາອາວະກາດບົນຈິດໃຈ “3 ມີ” (ມີການປະກອບສ່ວນຂອງລັດ, ມີການປະກອບສ່ວນຂອງວິສາຫະກິດ, ມີການປະກອບສ່ວນຂອງສະຖາບັນ, ໂຮງຮຽນ, ນັກວິທະຍາສາດ); ສຸມໃສ່ຊຸກຍູ້ການເຊື່ອມຕໍ່ລະຫວ່າງສະຖາບັນ-ໂຮງຮຽນ-ວິສາຫະກິດ; ຍູ້ແຮງການຮ່ວມມືພາກລັດ-ເອກະຊົນ.
ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ຫວຽດນາມ ສືບຕໍ່ກໍ່ສ້າງ ແລະຜັນຂະຫຍາຍໂຄງການຕ່າງໆ, ແຜນຮ່າງໃຫຍ່ກ່ຽວກັບການພັດທະນາວິທະຍາສາດອຸດສາຫະກໍາອາວະກາດແຫ່ງຊາດ, ໃນນັ້ນສຸມໃສ່ຍົກສູງຄວາມສາມາດສັງກາດໂລກ, ພັດທະນາໂຄງລ່າງຂໍ້ມູນດາວທຽມນໍາໃຊ້ລວມ ແລະຍົກສູງຄວາມສາມາດໃນການວິເຄາະ, ກ່າວເຕືອນ, ໜູນຊ່ວຍການບໍລິຫານຕາມເວລາຖືກ, ພັດທະນາແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງກ່ຽວກັບວິທະຍາສາດອຸດສາຫະກໍາອາວະກາດ.
ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ສືບຕໍ່ອຳນວຍຄວາມສະດວກກວ່າອີກ ເພື່ອໃຫ້ບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມມືພັດທະນາ, ປະຊາຄົມວິສາຫະກິດພາຍໃນປະເທດ ແລະຕ່າງປະເທດ ສືບຕໍ່ໜູນຊ່ວຍ, ຮ່ວມເດີນທາງກັບຫວຽດນາມ ໃນການພັດທະນາວິທະຍາສາດອຸດສາຫະກໍາອາວະກາດ.
ໂດຍ: ໄຊນີດາ