ເວັບໄຊສະຖານີໂທລະພາບສູນກາງຈີນ (CCTV) ໄດ້ລົງຂ່າວໃນວັນທີ 15 ມີນາ, ຜູ້ມີສິດເລືອກຕັ້ງທົ່ວປະເທດຫວຽດນາມ ໄດ້ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ  XVI. ການເລືອກຕັ້ງແນໃສ່ຄັດເລືອກເອົາສະມາຊິກສະພາແຫ່ງຊາດ 500 ຄົນໃນຈຳນວນຜູ້ອອກສະໝັກຮັບເລືອກທັງໝົດ 864 ຄົນ. ຄຽງຂ້າງນັ້ນການເລືອກຕັ້ງສະມາຊິກສະພາແຫ່ງຊາດແລ້ວ, ຜູ້ມີສິດເລືອກຕັ້ງກໍ່ພ້ອມທັງຄັດເລືອກເອົາສະມາຊິກສະພາປະຊາຊົນທຸກຂັ້ນໃນອາຍຸການ 5 ປີ.

leftcenterrightdel
ຜູ້ມີສິດເລືອກຕັ້ງປ່ອນບັດໃສ່ຫີບ  - ພຶດຕິກຳສະແດງໃຫ້ເຫັນສິດເປັນເຈົ້າຂອງປະຊາຊົນໃນຊີວິດການເມືອງຂອງປະເທດ. ພາບ: vov.vn

ສຳນັກຂ່າວສານ Prensa Latina ຂອງ ກູບາ ໄດ້ເນັ້ນໜັກເຖິງຈຸດໃໝ່ໃນການເລືອກຕັ້ງຄັ້ງນີ້, ໃນນັ້ນການຈັດຕັ້ງໄວກວ່າປົກກະຕິ, ຈັດຕັ້ງເປັນຄັ້ງທຳອິດຕາມຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ປ່ຽນແປງໃໝ່ແບບວິທີຂົນຂວາຍການເລືອກຕັ້ງດ້ວຍຮູບການໂດຍກົງ ແລະອອນໄລ, ພ້ອມທັງເພີ່ມທະວີການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະການຫັນເປັນດີຈີຕອນໃນການຄຸ້ມຄອງບັນຊີລາຍຊື່ຜູ້ມີສິດເລືອກຕັ້ງກໍ່ຄືຈັດຕັ້ງການເລືອກຕັ້ງ.

ໃນຂະນະນັ້ນ, ເວັບໄຊ Nikkei.com (ຍີ່ປຸ່ນ) ຕີລາຄາວ່າ ການເລືອກຕັ້ງສະແດງໃຫ້ເຫັນສິດເປັນເຈົ້າຂອງ ແລະການເຂົ້າຮ່ວມຂອງປະຊາຊົນໃນຊີວິດການເມືອງຂອງຫວຽດນາມ. ນອກຈາກນັ້ນ, ສຳນັກຂ່າວສານສາກົນ, ຄື: Reuters (ອັງກິດ), AFP (ຝຣັ່ງ),... ກໍ່ໄດ້ລົງຂ່າວກ່ຽວກັບວັນບຸນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນຂອງຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ