leftcenterrightdel
ທ່ານ ຫວູທ້າຍຮ່າ, ຮອງເລຂາຄະນະພັກປະຈຳ ຝລັ່ງ. ພາບ: Vov.vn

ໃນຊຸມວັນນີ້, ປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງພວມພ້ອມກັນມຸ່ງໄປເຖິງເຫດການສຳຄັນຍິ່ງຂອງປະເທດຊາດແມ່ນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະພາປະຊາຊົນທຸກຂັ້ນອາຍຸການ 2026 - 2031. ຢູ່ບັນດາອົງການຕາງໜ້າ ແລະສະມາຄົມຄະນະຊາວຫວຽດນາມ ອາໄສຢູ່ຝລັ່ງ, ວຽກງານກະກຽມ ແລະໂຄສະນາພວມໄດ້ດຳເນີນຢ່າງຮີບດ່ວນ. ທ່ານ ຫວູທ້າຍຮ່າ, ຮອງເລຂາຄະນະພັກ ປະຈຳ ຝລັ່ງ ແບ່ງປັນວ່າ: ເຖິງວ່າຢູ່ໄກປະເທດຊາດ, ແຕ່ພວກຂ້າພະເຈົ້າຍາມໃດກໍ່ຕິດຕາມການເລືອກຕັ້ງຢ່າງໃກ້ຊິດທີ່ຈະດຳເນີນໃນວັນທີ 15 ມີນາ. ພວກຂ້າພະເຈົ້າມີຄວາມຮັບຮູ້ວ່ານີ້ແມ່ນເຫດການການເມືອງສຳຄັນແມ່ນໂອກາດເພື່ອໃຫ້ຜູ້ມີສິດເລືອກຕັ້ງແຕ່ລະຄົນປະຕິບັດສິດເປັນເຈົ້າ, ສະແດງໃຫ້ເຫັນເຈດຈຳນົງ ແລະຄວາມຮັບຜິດຊອບຕໍ່ການພັດທະນາຂອງຫວຽດນາມ. ຜ່ານກະຊວງການຕ່າງປະເທດ ແລະອົງການຕາງໜ້າຫວຽດນາມ ປະຈຳ ຝລັ່ງ, ພວກຂ້າພະເຈົ້າໄດ້ຮັບຂໍ້ມູນ, ເອກະສານແນະນຳກ່ຽວກັບການເລືອກຕັ້ງຢ່າງຄົບຖ້ວນ, ເພື່ອຊ່ວຍໃຫ້ພະນັກງານ ແລະປະຊາຄົມເຂົ້າໃຈແຈ້ງເປົ້າໝາຍ, ຄວາມໝາຍຂອງເຫດການນີ້.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ