ພາຍຫຼັງພິທີເຄົາລົບທຸງຊາດຢູ່ເຂດປ່ອນບັດເລືອກຕັ້ງແມ່ນພິທີອ່ານສູນທອນພົດໄຂ; ປະກາດລະບຽບການເລືອກຕັ້ງ ແລະຂໍ້ກຳນົດຫ້ອງປ່ອນບັດ; ວຽກງານກວດກາຫີບປ່ອນບັດຕໍ່ການເຫັນປະຈັກຕາຂອງຜູ້ມີສິດເລືອກຕັ້ງຕາມຂໍ້ກຳນົດ.

ເຊື່ອມເຂົ້າກັບບັນຍາກາດເລືອກຕັ້ງໃນທົ່ວປະເທດ, ຕອນເຊົ້າວັນທີ 15 ມີນາ, ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານ ເຈິ່ນເກິ໋ມຕູ໊ ຜູ້ປະຈໍາການຄະນະເລຂາທິການ  ພ້ອມກັບບັນດາຜູ້ມີສິດເລືອກຕັ້ງໃນບໍລິເວນພັກອາໄສໄດ້ປະຕິບັດສິດທິພົນລະເມືອງຢູ່ເຂດປ່ອນບັດ ເລກ 2, ຫົວໜ່ວຍເລືອກຕັ້ງ ເລກ 1 ຕາແສງບາດິ່ງ, ນະຄອນຮ່າໂນ້ຍ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ປ່ອນບັດເລືອກຕັ້ງຢູ່ເຂດປ່ອນບັດໂຮງຮຽນມັດທະຍົມຕອນປາຍຟານດິ່ງຟຸ່ງ, ຢູ່ຖະໜົນຟານດິ່ງຟຸ່ງ, ຕາແສງບາດິ່ງ, ນະຄອນຮ່າໂນ້ຍ. ພາບ: vov.vn

ພາຍຫຼັງການເລືອກຕັ້ງ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ: “ການເລືອກຕັ້ງຄັ້ງນີ້ ໄດ້ດຳເນີນໃນໂອກາດພວກເຮົາຫາກໍ່ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ປະສົບຜົນສໍາເລັດ. ທຸກແຜນນະໂຍບາຍ, ນະໂຍບາຍ, ການກຳນົດທິດ, ທິດທາງພັດທະນາປະເທດຊາດຂອງພວກເຮົາໃນອາຍຸການນີ້, ກໍ່ຄືວິໄສທັດຂອງໄລຍະໃນອະນາຄົດໄດ້ຮັບການແນະນຳ, ໂຄສະນາ ແລະປະຊາຊົນ, ພະນັກງານ, ສະມາຊິກພັກສະໜັບສະໜູນທີ່ສຸດ. ສະນັ້ນ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນຄັ້ງນີ້ ໄດ້ດຳເນີນພາຍຫຼັງໄດ້ຮັບການຊາບຊຶມບັນຫາພື້ນຖານທີ່ສຸດຂອງແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ ແລະຂອງທຸກຂັ້ນ, ບັນດາທ້ອງຖິ່ນ, ໄດ້ປະຊາຊົນສະໜັບສະໜູນທີ່ສຸດ, ຖືນີ້ແມ່ນວັນບຸນໃຫຍ່ຂອງປະເທດຊາດ ເພື່ອສະແດງສິດເສລີ, ສິດເປັນເຈົ້າຂອງຕົນຢ່າງໂດຍກົງ, ເພື່ອຄັດເລືອກຜູ້ຄົນທີ່ມີອິດທິພົນຊື່ສຽງ, ຄວາມໄວ້ວາງໃຈ, ແບກຫາບວຽກງານລວມຂອງປະເທດຊາດ ກໍ່ຄືບັນດາທ້ອງຖິ່ນ”.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ແລະຜູ້ແທນປະຕິບັດພິທີເຄົາລົບທຸງຊາດທີ່ພິທີໄຂການເລືອກຕັ້ງຢູ່ເຂດປ່ອນບັດຢູ່ກະຊວງປ້ອງກັນປະເທດ. ພາບ: vov.vn

ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເຂົ້າຮ່ວມການປ່ອນບັດຢູ່ເຂດປ່ອນບັດ ເລກ 226, ຕາແສງຮວ່ານກ໊ຽມ, ນະຄອນຮ່າໂນ້ຍ; ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ເຂົ້າຮ່ວມການປ່ອນບັດຢູ່ເຂດປ່ອນບັດ ເລກ 21 ຕາແສງໄຕໂຮ່, ນະຄອນຮ່າໂນ້ຍ; ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ປ່ອນບັດຢູ່ເຂດປ່ອນບັດ ເລກ 14 ນະຄອນໂຮ່ຈີມິນ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ປະຕິບັດສິດເລືອກຕັ້ງຢູ່ເຂດປ່ອນບັດ ເລກ 14,  ຕາແສງຫອກມົນ, ນະຄອນໂຮ່ຈີມິນ. ພາບ: vov.vn

ກໍ່ໃນຈຸດເວລາດຽວກັນ, ຢູ່ບັນດາເຂດປ່ອນບັດໃນທົ່ວປະເທດ, ຜູ້ມີສິດເລືອກຕັ້ງຈຳນວນຫຼວງຫຼາຍໄດ້ມາປະຕິບັດສິດ ແລະພັນທະຂອງຕົນ, ຄັດເລືອກເອົາບັນດາສະມາຊິກຕາງໜ້າໃຫ້ທັດສະນະຂອງຜູ້ມີສິດເລືອກຕັ້ງ ແລະປະຊາຊົນ.

ໂດຍ: ເຈິ່ນຮວ່ຽນ