ເວເນຊູເອລາ ເຊື່ອໝັ້ນຫວຽດນາມ ຈະສືບຕໍ່ສ້າງຜົນສໍາເລັດໃນອາຍຸການສະພາແຫ່ງຊາດຊຸດໃໝ່
ກປ.ອອນໄລ - ທ່ານ ປອ Carolus Wimmer ເນັ້ນໜັກເລື່ອງກະກຽມຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບໃຫ້ເຫດການການເມືອງນີ້ສະແດງກໍາລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງມີຊີວິດຊີວາ.
ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກກັບສະຖານທູດຫວຽດນາມ ປະຈໍາ ເວເນຊູເອລາ ຢູ່ນະຄອນຫຼວງ Caracas, ທ່ານ ປອ Carolus Wimmer, ປະທານເຮືອນມິດຕະພາບເວເນຊູເອລາ - ຫວຽດນາມ, ສົ່ງຄໍາຊົມເຊີຍມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ ເນື່ອງໃນໂອກາດຫວຽດນາມ ພວມດຳເນີນການກະກຽມໃຫ້ການເລືອກຕ້ັງສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນອາຍຸຫານ 2026-2031 ເຂົ້າໃນວັນທີ 15 ມີນາຢ່າງລອບຄອບຖີ່ຖ້ວນ ແລະລະອຽດລະອໍ.
    |
 |
|
ທ່ານ ຫວູຈູງມີ ເອກອັກຄະລັດຖະທູດ ຕ້ອນຮັບທ່ານ ປອ Carolus Wimmer, ປະທານເຮືອນມິດຕະພາບເວເນຊູເອລາ - ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ປອ Carolus Wimmer ເນັ້ນໜັກວ່າ ເລື່ອງກະກຽມໃຫ້ເຫດການການເມືອງສໍາຄັນນີ້ຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບ ສືບຕໍ່ສະແດງກໍາລັງແຮງຂອງກຸ່ມກ້ອມມະຫາສະມັກຄີທົ່ວປວງຊົນທັງຊາດຢ່າງມີຊີວິດຊີວາ ກໍ່ຄືພື້ນຖານໜັກແໜ້ນຂອງລະບົບການເມືອງຫວຽດນາມ. ທ່ານ ປອ Carolus Wimmer ສະແດງຄວາມເຊື່ອໝັ້ນວ່າ ການເລືອກຕ້ັງຈະມາເຖິງຈະສືບຕໍ່ເປີດອອກໜຶ່ງອາຍຸການສະພາແຫ່ງຊາດຊຸດໃໝ່ທີ່ຂະຫຍັນຂັນເຂື່ອນ, ມີປະສິດທິຜົນ, ສືບທອດ ແລະເສີມຂະຫຍາຍຜົນງານຕ່າງໆທີ່ບັນລຸໄດ້, ຜ່ານນັ້ນນໍາຫວຽດນາມ ສືບຕໍ່ສ້າງບາດກ້າວໜັກແໜ້ນບົນເສັ້ນທາງພັດທະນາ ແລະເຊື່ອມໂຍງເຂົ້າກັບສາກົນ.
    |
 |
|
ຄະນະຜູ້ແທນເຮືອນມິດຕະພາບເວເນຊູເອລາ - ຫວຽດນາມ ຖ່າຍຮູບລວມພ້ອມກັບທ່ານເອກອັກຄະລັດຖະທູດ ຫວູຈູງມີ. ພາບ: ສໍານັກຂ່າວສານຫວຽດນາມ |
ສະຖານທູດຫວຽດນາມ ແລະເຮືອນມິດຕະພາບຫວຽດນາມ-ເວເນຊູເອລາ ເຫັນດີເປັນເອກະພາບຊຸກຍູ້ງານພົບປະແລກປ່ຽນຊາວໜຸ່ມ, ນັກສຶກສາຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທໍາຫວຽດນາມ, ຜ່ານນັ້ນເພີ່ມທະວີຄວາມສະໜິດຕິດພັນລະຫວ່າງໄວໜຸ່ມສອງປະເທດ ແລະສ້າງພື້ນຖານການພົວພັນມິດຕະພາບຫວຽດນາມ-ເວເນຊູເອລາ ໃຫ້ຍືນຍົງໃນອະນາຄົດ.
ໂດຍ: ໄຊນີດາ