ນັກຊ່ຽວຊານເອີລົບ ຕີລາຄາສູງຄວາມສາມາດບົ່ມຊ້ອນໃນການຮ່ວມມື AI ກັບຫວຽດນາມ
ກປ.ອອນໄລ - ຕາມທ່ານນາງ ສາດສາດາຈານ Sarah Baatout ແລ້ວ, ຄວາມຄ້າຍຄືກັນໃນການກໍານົດທິດນະໂຍບາຍລະຫວ່າງຫວຽດນາມ ແລະອີຢູ ສ້າງພື້ນຖານສະດວກເພື່ອໃຫ້ສອງຝ່າຍເພີ່ມທະວີການຮ່ວມມື.
ນັກຊ່ຽວຊານເອີລົບຫຼາຍທ່ານຖືວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຊຸກຍູ້ການຮ່ວມມືໃນຂົງເຂດປັນຍາປະດິດ (AI) ແລະເຕັກໂນໂລຢີກ້າວໜ້າ. ຂໍ້ສັງເກດນີ້ໄດ້ນັກຊ່ຽວຊານຫຼາຍທ່ານແບ່ງປັນຢູ່ນອກການສົນທະນາການຮ່ວມມືວິທະຍາສາດ, ເຕັກໂນໂລຢີ, ການຄ້າຫວຽດນາມ-ອີຢູ ຫາກໍ່ດໍາເນີນຢູ່ນະຄອນຫຼວງ Brussels ຂອງແບນຊິກ.
    |
 |
|
ທ່ານນາງ ສາດສາດາຈານ Sarah Baatout ຮອງຫົວໜ້າສະຖາບັນໝູນໃຊ້ແພດສາດນິວເຄຼຍຂອງແບນຊິກ (SKC CEN). ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານສາດສາດາຈານ Geert Angenon ຂຶ້ນກັບມະຫາວິທະຍາໄລ (VUB) ຕີລາຄາສູງເລື່ອງຈັດຕັ້ງການໂອ້ລົມສົນທະນາ, ຖືນີ້ແມ່ນໂອກາດສະດວກເພື່ອໃຫ້ນັກວິທະຍາສາດເອີລົບ ແລະຫວຽດນາມຫຼາຍທ່ານ ເພີ່ມທະວີການເຊື່ອມຕໍ່.
ທ່ານນາງ ສາດສາດາຈານ Sarah Baatout ໃຫ້ຮູ້ວ່າ ທ່ານນາງ ຮູ້ສຶກຫວຽດນາມ ພວມມີບາດກ້າວເດີນພໍສົມຄວນ, ພິເສດໃນຂົງເຂດແພດສາດນິວເຄຼຍ. ທ່ານນາງ ຕີລາຄາສູງເລື່ອງຫວຽດນາມ ໄດ້ອອກເອກະສານທາງດ້ານກົດໝາຍທີ່ກ່ຽວຂ້ອງເຖິງ AI, ຖືນີ້ແມ່ນບາດກ້າວສໍາຄັນເພື່ອແນໃສ່ຊຸກຍູ້ການໝູນໃຊ້ເຕັກໂນໂລຢີໃໝ່ທີ່ມີຄວາມຮັບຜິດຊອບ. ຕາມທ່ານນາງ Sarah Baatout ແລ້ວ, ຄວາມຄ້າຍຄືກັນໃນການກໍານົດທິດນະໂຍບາຍລະຫວ່າງຫວຽດນາມ ແລະອີຢູ ສ້າງພື້ນຖານສະດວກເພື່ອໃຫ້ສອງຝ່າຍເພີ່ມທະວີການຮ່ວມມື.
ໂດຍ: ໄຊນີດາ