leftcenterrightdel
ເວທີປາໄສ "ຊຸກຍູ້ການຄ້າຫວຽດນາມ-ອາເມລິກາ ໃນສະພາບການໃໝ່". ພາບ: dangcongsan.vn

ທ່ານ ຮວ່າງກວາງຟ່ອງ, ຮອງປະທານ VCCI ໃຫ້ຮູ້ວ່າ ນັບແຕ່ເມື່ອຫັນການພົວພັນເປັນປົກກະຕິ, ການພົວພັນດ້ານເສດຖະກິດການຄ້າສອງຝ່າຍລະຫວ່າງຫວຽດນາມ - ອາເມລິກາ ບັນລຸໄດ້ຄວາມກ້າວໜ້າອັນໃຫຍ່ຫຼວງດ້ວຍຜົນງານທີ່ແທດຈິງ, ຕອບສະໜອງຜົນປະໂຫຍດຂອງລັດຖະບານ, ປະຊາຊົນ ແລະປະຊາຄົມວິສາຫະກິດຂອງສອງປະເທດ. ພິເສດ, ເຖິງວ່າພະຍາດໂຄວິດ-19 ແກ່ຍາວ ແລະຜັນແປຢ່າງສັບສົນເຮັດໃຫ້ລະບົບຕ່ອງໂສ້ການສະໜອງຂາດຕິດຂາດຕອນກໍ່ຕາມ, ແຕ່ປີ 2020 ແມ່ນປີທຳອິດທີ່ວົງເງິນການຄ້າລະຫວ່າງຫວຽດນາມ - ອາເມລິກາ ບັນລຸກວ່າ 90 ຕື້ໂດລາສະຫະລັດ, ບັນລຸເກືອບ 91 ຕື້ໂດລາສະຫະລັດ. ການຄ້າໄດ້ກາຍເປັນເສົາຄ້ຳຂອງການພົວພັນສອງຝ່າຍທີ່ນັບມື້ນັບພັດທະນາຂອງສອງປະເທດ. ຫວຽດນາມ ດຶງດູດບັນດາວິສາຫະກິດອາເມລິກາ ດ້ວຍຕະຫຼາດຜູ້ບໍລິໂພກເກືອບ 100 ລ້ານຄົນ, ມີການເຕີບໂຕຢ່າງຕັ້ງໜ້າ, ມີນະໂຍບາຍປອດໂປ່ງ, ເຊື່ອມຕໍ່ຢ່າງແໜ້ນແຟ້ນກັບຕະຫຼາດອາຊຽນ ແລະຫຼາຍຕະຫຼາດໃຫຍ່ໃນໂລກຍ້ອນມີເຄືອຂ່າຍສັນຍາການຄ້າເສລີສະບັບຕ່າງໆ.

ກໍ່ໃນເວທີປາໄສ, ບັນດານັກຊ່ຽວຊານ ແລະນັກປາຖະກະຖາໄດ້ປຶກສາຫາລືກ່ຽວກັບ: ສະພາບການຄ້າລະຫວ່າງຫວຽດນາມ - ອາເມລິກາ ແລະວິໄສທັດການພົວພັນຫວຽດນາມ - ອາເມລິກາ ດ້ວຍບັນດາບັນຫາທີ່ໄດ້ວາງອອກໃນການຮ່ວມມືດ້ານເສດຖະກິດ; ສັງລວມການພົວພັນດ້ານການຄ້າ ແລະການລົງທຶນຫວຽດນາມ-ອາເມລິກາ ແລະບັນດາບັນຫາເຊິ່ງວິສາຫະກິດຄວນເອົາໃຈໃສ່ໃນໄລຍະຈະມາເຖິງ; ກາລະໂອກາດຊຸກຍູ້ການສົ່ງເສີມດ້ານການຄ້າ ແລະການລົງທຶນ ເມື່ອມີສາຍການບິນເຊື່ອມຕໍ່ຫວຽດນາມ - ອາເມລິກາ; ກາລະໂອກາດ ແລະສິ່ງທ້າທາຍໃໝ່ໃນການພົວພັນດ້ານການຄ້າ ແລະການລົງທຶນ.

ໂດຍ: ທະນາພອນ