ໃນຊຸມວັນນີ້, ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ໄດ້ເອົາໃຈໃສ່ເປັນພິເສດຕໍ່ການເລືອກຕັ້ງຢູ່ບ້ານເກີດເມືອງນອນ. ເຂົາເຈົ້າຖືນີ້ແມ່ນໂອກາດ ເພື່ອຢືນຢັນຄວາມຮັບຜິດຊອບຂອງພົນລະເມືອງ, ພ້ອມທັງຝາກຄວາມເຊື່ອໝັ້ນເຂົ້າໃນການປ່ຽນແປງໃໝ່ ແລະການພັດທະນາຂອງປະເທດ. ທ່ານ ນິງວຽດໂທງ, ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ບາງກອກ ແລະເຂດອ້ອມຂ້າງ, ໃຫ້ຮູ້ວ່າ: “ເຖິງວ່າກຳເນີດ ແລະເຕີບໃຫຍ່ຢູ່ໄທກໍ່ຕາມ, ແຕ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍ່ຮັກສານ້ຳໃຈທີ່ມີຕໍ່ກັບບ້ານເກີດເມືອງນອນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ສະພາແຫ່ງຊາດ ຊຸດທີ XVI ຈະສືບຕໍ່ຮັບຟັງ ແລະເປັນຕົວແທນໃຫ້ແກ່ທັດສະນະ, ສຽງເວົ້າຂອງພໍ່ແມ່ປະຊາຊົນທີ່ຢູ່ຫ່າງໄກຈາກປະເທດຊາດ, ບ້ານເກີດເມືອງນອນ”.
    |
 |
|
ທ່ານ ນິງວຽດໂທງ ມີຄວາມເຊື່ອໝັ້້ນເຂົ້າໃນການປ່ຽນແປງໃໝ່ ແລະການພັດທະນາຂອງປະເທດ. ພາບ: vov.vn |
ໂດຍແມ່ນນັກທຸລະກິດໜຸ່ມຜູ້ໜຶ່ງທີ່ພວມຢືນຢັນເຄື່ອງໝາຍການຄ້າອາຫານຫວຽດ ຢູ່ບາງກອກ, ອ້າຍ ຫງວຽນມິງດົງ ຍາມໃດກໍ່ຕິດຕາມການຫັນປ່ຽນນະໂຍບາຍຈາກບ້ານເກີດເມືອງນອນ. ສໍາລັບອ້າຍ, ບັດເລືອກຕັ້ງແຕ່ລະບັດຂອງຜູ້ມີສິດເລືອກຕັ້ງຢູ່ໃນປະເທດແມ່ນໜຶ່ງຄວາມຫວັງກ່ຽວກັບສະມາຊິກທີ່ສາມາດບຸກເບີກແຫຼ່ງກໍາລັງ, ຊ່ວຍໃຫ້ນັກທຸລະກິດອາໄສຢູ່ຕ່າງປະເທດມີຄວາມອຸ່ນອ່ຽນໃຈໃນເສັ້ນທາງກັບເມືອລົງທຶນຢູ່ພາຍໃນປະເທດ, ອຸທິດຕົນກວ່າອີກ.
ອ້າຍ ດົງ ໄດ້ແບ່ງປັນວ່າ: “ໂດຍແມ່ນຄົນທີ່ຢູ່ໄກບ້ານ, ຂ້າພະເຈົ້າຍາມໃດກໍ່ຕິດຕາມສະພາບການໃນປະເທດຢ່າງໃກ້ຊິດ... ຂ້າພະເຈົ້າ ເຊື່ອວ່າ ການປ່ຽນແປງໃໝ່ໃນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນ ຈະປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນປະເທດ, ພ້ອມທັງປັບປຸງຄວາມເຊື່ອໝັ້ນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
    |
 |
|
ອ້າຍ ຫງວຽນມິງດົງ ປາດຖະໜາຢາກປະກອບສ່ວນເຂົ້າໃນການສ້າງເສດຖະກິດຂອງປະເທດ. ພາບ: vov.vn |
ເອື້ອຍຄູ Wipha Rueangkamphai (ຊື່ພາສາຫວຽດ ແມ່ນແອວງ), ສອນພາສາຫວຽດ ຢູ່ແຂວງ Udon Thani, ເຊື່ອໝັ້ນວ່າ ນ້ຳໃຈຮັກຊາດທີ່ຍືນຍົງທີ່ສຸດແມ່ນການເຂົ້າໃຈຈາກຫົວໃຈຂອງລຸ້ນໜຸ່ມ.
ເອື້ອຍຄູ ແອວງ ແບ່ງປັນວ່າ: “ປະຊາຄົມຊາວຫວຽດນາມອາໄສ ຢູ່ໄທ ແມ່ນປະຊາຄົມທີ່ຮັກຊາດ, ຍາມໃດກໍ່ປະກອບສ່ວນຢ່າງຕັ້ງໜ້າຊ່ວຍປະເທດຕໍ່ຕ້ານສອງຄັ້ງກ່ອນນີ້ກໍ່ຄືໃນກິດຈະການສ້າງສາປະເທດໃນປະຈຸບັນ. ຄວາມປາດຖະໜາຂອງຂ້າພະເຈົ້າແມ່ນປະຊາຊົນຈະເລືອກຕ້ັ້ງໄດ້ສະມາຊິກສະພາແຫ່ງຊາດ ແລະພະນັກງານທຸກຂັ້ນບໍ່ພຽງແຕ່ເກັ່ງ, ມີຄວາມສາມາດເທົ່ານັ້ນ ຫາກຍັງຕ້ອງມີຄຸນສົມບັດ, ຖືກຄືກັບຄໍາສັ່ງສອນຂອງປະທານໂຮ່ຈີມິິນ”.
ປະຈຸບັນ, ມີຊາວຫວຽດນາມ ພວມດໍາລົງຊີວິດຢູ່ອົດສະຕາລີ ກວ່າ 300.000 ຄົນ. ເຖິງວ່າຢູ່ຫ່າງໄກຈາກບ້ານເກີດເມືອງນອນກໍ່ຕາມ, ແຕ່ປະຊາຄົມຊາວຫວຽດນາມ ອາໄສຢູ່ອົດສະຕາລີ ຍາມໃດກໍ່ມຸ່ງໄປເຖິງປະເທດ ແລະຕິດຕາມສະພາບການໃນປະເທດຢ່າງໃກ້ຊິດ.
ທ່ານ ດວ່ານຕຽນຢາງ ຊາວຫວຽດນາມ ພວມດໍາລົງຊີວິດຢູ່ນະຄອນ Sydney ເປັນເວລາກວ່າ 15 ປີ, ໃຫ້ຮູ້ວ່າ: “ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຜັນຂະຫຍາຍຮູບແບບອໍານາດການປົກຄອງທ້ອງຖິ່ນສອງຂັ້ນ. ນີ້ແມ່ນຮູບແບບບໍລິຫານໃໝ່, ສະນັ້ນສະພາແຫ່ງຊາດຊຸດທີ XVI ຕ້ອງປະກາດໃຊ້ບັນດາກົນໄກ, ນະໂຍບາຍ ກໍ່ຄືການກໍານົດກ່ຽວກັບວິທີການເຄື່ອນໄຫວເພື່ອໃຫ້ຮູບແບບອໍານາດການປົກຄອງທ້ອງຖ່ິນສອງຂັ້ນໄດ້ຜັນຂະຫຍາຍເປັນຢ່າງດີ ແລະມີປະສິດທິຜົນ...”.
    |
 |
|
ເຖິງວ່າອາຍຸສູງກໍ່ຕາມ ແຕ່ເອື້ອຍຄູ ແອວງ ຍັງສອນພາສາຫວຽດ ໃຫ້ລູກຫຼານຊາວຫວຽດນາມ ແລະຄົນໄທທີ່ມັກຮັກພາສາຫວຽດ ຢູ່ Udon Thani, ໄທ. ພາບ: vov.vn |
ສໍາລັບຄົນທີ່ເຮັດວຽກໃນຂົງເຂດເຕັກໂນໂລຢີ, ອ້າຍ ບຸ່ຍດິ່ງຢູຍ, ຜູ້ອໍານວຍການຜະລິດຂອງ FPT ຢູ່ ອົດສະຕາລີ ແລະນິວເຊີແລນ ໃຫ້ຂໍ້ສັງເກດວ່າ ສະພາແຫ່ງຊາດຊຸດທີ XVI ຈະພວມບົດບາດສໍາຄັນໃນໄລຍະຫັນປ່ຽນພື້ນຖານເສດຖະກິດຫວຽດນາມ ຕາມທິດເຕັກໂນໂລຢີ ນັບມື້ນັບມີບົດບາດຈຳເປັນ.
ອ້າຍ ຢູຍ ໃຫ້ຮູ້ວ່າ: “ໃນສະພາບການຄືໃນປະຈຸບັນ, ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາວິທະຍາສາດ-ເຕັກໂນໂລຢີ, ຫັນປ່ຽນດີຈີຕອນ ແລະນະວັດຕະກໍາຫຼາຍກວ່າ. ສະນັ້ນ, ສະພາແຫ່ງຊາດຊຸດທີ XVI ຈະມີບົດບາດສໍາຄັນໃນການປັບປຸງບັນດາລະບອບລະບຽບການ, ນະໂຍບາຍໃຫ້ສົມບູນ, ແນໃສ່ຊຸກຍູ້ຂົງເຂດຕ່າງໆ ຄື ປັນຍາປະດິດ, ອຸດສາຫະກໍາເຄິ່ງຊັກນໍາໄຟຟ້າ ແລະເສດຖະກິດດີຈີຕອນ. ຈາກແງ່ມູມຂອງຂ້າພະເຈົ້າເມື່ອເຮັດວຽກໃນຂະແໜງເຕັກໂນໂລຢີຢູ່ອົດສະຕາລີ, ສາມາດເຫັນໄດ້ວ່າ ຫວຽດນາມ ພວມໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກປະຊາຄົມສາກົນ). ຖ້າຫາກມີນະໂຍບາຍທີ່ສອດຄ່ອງໃນໄລຍະຈະມາເຖິງ, ຫວຽດນາມ ຈະໝູນໃຊ້ໂອກາດນີ້ເປັນຢ່າງດີເພື່ອຍົກສູງທີ່ຕັ້ງໃນລະບົບມຸນຄ່າເຕັກໂນໂລຢີທົ່ວໂລກ.
ຕາມອ້າຍ ຢູຍ ແລ້ວ, ເພື່ອນໍາວິວັດການຫັນປ່ຽນເສດຖະກິດຂອງຫວຽດນາມ ບັນລຸປະສິດທິຜົນ, ສະພາແຫ່ງຊາດຊຸດທີ XVI ຕ້ອງໃຫ້ບຸລິມະສິດສາມຂົງເຂດທີ່ມີລັກສະນະຍຸດທະສາດ: “ທີໜຶ່ງແມ່ນຊຸກຍູ້ການຫັນປ່ຽນດີຈີຕອນ ແລະພັດທະນາເສດຖະກິດດີຈີຕອນ, ໃນນັ້ນ ລວມມີການພັດທະນາເຕັກໂນໂລຢີໃໝ່ຄືປັນຍາປະດິດ (AI), ຂໍ້ມູນໃຫຍ່ ແລະພື້ນຖານດີຈີຕອນ. ນີ້ແມ່ນກໍາລັງຜັກດັນສໍາຄັນເພື່ອຍົກສູງສະມັດຕະພາບ ແລະກຳລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ.
ທີສອງແມ່ນພັດທະນາແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຢີໃຫ້ມີຄຸນນະພາບສູງ, ພິເສດໃນຂົງເຂດຊອບແວ, ປັນຍາປະດິດ ແລະອຸດສາຫະກໍາເຄິ່ງຊັກນໍາໄຟຟ້າ. ຫວຽດນາມ ມີທ່າໄດ້ປຽບໃຫຍ່ກ່ຽວກັບຖັນແຖວນັກວິສະວະກອນໜຸ່ມຖ້າໄດ້ລົງທຶນ ແລະກໍານົດທິດທີ່ຖືກຕ້ອງ.
ທີສາມແມ່ນເພີ່ມທະວີການຮ່ວມມືສາກົນໃນຂົງເຂດເຕັກໂນໂລຢີ ແລະນະວັດຕະກໍາ. ສົມມຸດວ່າ, ລະຫວ່າງຫວຽດນາມ ແລະອົດສະຕາລີ ປະຈຸບັນພວມມີກາລະໂອກາດຮ່ວມມືຫຼາຍຢ່າງໃນການສຶກສາ, ຄົ້ນຄວ້າ ແລະພັດທະນາເຕັກໂນໂລຢີ. ຖ້າຫາກໝູນໃຊ້ກາລະໂອກາດນີ້ໄດ້ເປັນຢ່າງດີ, ຫວຽດນາມ ຈະສາມາດບັນລຸບາດກ້າວບຸກທະລຸຢ່າງແຂງແຮງໃນຊຸມປີຈະມາເຖິງ”.
ສ່ວນທ່ານ ເຈິ່ນບາຝຸກ ກໍາມະການຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມນັກທຸລະກິດຫວຽດນາມ ຢູ່ ອົດສະຕາລີ ຖືວ່າ ເພື່ອໃຫ້ຫວຽດນາມ ສາມາດໝູນໃຊ້ບັນດາກາລະໂອກາດພວມເປີດອອກເປັນຢ່າງດີ, ສະພາແຫ່ງຊາດຊຸດທີ XVI ຕ້ອງສຸມໃສ່ 6 ຂົງເຂດຈຸດສຸມດ່ັງລຸ່ມນີ້: “ທີໜຶ່ງແມ່່ນປະຕິຮູບລະບອບລະບຽບການ ແລະການຄຸ້ມຄອງລັດ, ສ້າງສະພາບແວດລ້ອມດ້ານນິຕິກຳທີ່ສະດວກ, ໂປ່ງໃສ, ມີປະສິດທິຜົນໃຫ້ວິສາຫະກິດ ແລະປະຊາຊົນ. ທີສອງແມ່ນຊຸກຍູ້ການລົງທຶນເຂົ້າເຕັກໂນໂລຢີ ແລະນະວັດຕະກໍາ, ພັດທະນາເສດຖະກິດດີຈີຕອນ ແລະວິທະຍາສາດ-ເຕັກໂນໂລຢີ ແນໃສ່ຍົກສູງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ. ທີສາມແມ່ນພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ຍູ້ແຮງການປະຕິຮູບການສຶກສາ ແລະບໍາລຸງສ້າງທັກສະອາຊີບ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານເປັນຢ່າງດີກວ່າ. ທີສີ່ແມ່ນຊຸກຍູ້ການຫັນປ່ຽນສີຂຽວ ແລະພັດທະນາແບບຍືນຍົງ, ຍູ້ແຮງນະໂຍບາຍກ່ຽວກັບການປົກປັກຮັກສາສະພາບແວດລ້ອມ, ເສດຖະກິດສີຂຽວ ແລະພະລັງງານທົດແທນ. ທີຫ້າແມ່ນຍົກສູງຄຸນນະພາບລະບົບການແພດ ແລະເບິ່ງແຍງດູແລສຸຂະພາບ, ເພີ່ມທະວີການລົງທຶນໃສ່ພື້ນຖານໂຄງລ່າງດ້ານສາທາລະນະສຸກ ແລະເຮັດໃຫ້ສຸຂະພາບຊຸມຊົນດີຂຶ້ນ. ທີຫົກແມ່ນກໍ່ສ້າງພື້ນຖານເສດຖະກິດເຊື່ອມໂຍງຢ່າງເລິກເຊິ່ງ ກວ້າງຂວາງ, ຮັກສາ ແລະເສີມຂະຫຍາຍທ່າໄດ້ປຽບຈາກສັນຍາການຄ້າສາກົນ, ຜ່ານນັ້ນ ດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດຕື່ມອີກ”.
ໂດຍ: ໄຊນີດາ