ຜູ້ແທນນັບໝື່ນໆຄົນທີ່ມາຈາກບັນດາພື້ນຖານເສດຖະກິດສະມາຊິກຈະມີໂອກາດໄດ້ຢ້ຽມຊົມບັນດາປູຊະນີຍະສະຖານໂດ່ງດັງ, ຄົ້ນຫາຄວາມງາມວັດທະນະທຳທີ່ເປັນເອກະລັກສະເພາະ, ອາຫານການກິນທີ່ອຸດົມສົມບູນ.

leftcenterrightdel
ເຂດທ່ອງທ່ຽວໜຶ່ງຢູ່ ດ່ານັ້ງ.

ມາຮອດປະຈຸບັນ, ດ່ານັ້ງ ໄດ້ກະກຽມຫຼາຍລາຍການທ່ອງທ່ຽວທີ່ອຸດົມສົມບູນເພື່ອຕອບສະໜອງຄວາມຮຽກຮ້ອງດ້ານການທ່ອງທ່ຽວຂອງແຂກທ່ອງທ່ຽວ, ໃນນັ້ນ, ມີລາຍການທ່ອງທ່ຽວແນະນຳເຖິງທິວທັດທີ່ສວຍງາມ ແລະວັດທະນະທຳຂອງ ດ່ານັ້ງ, ເຊື່ອມຕໍ່ເຂດທ່ອງທ່ຽວ ຫງູແຫ່ງເຊີນ - ຫໍພິພິທະພັນຄວັນແກະສະຫຼັກຂອງຊາວ ຈຳ - ແຫຼມ ເຊີນຈາ… ທ່ານ ຮິ່ງຫວີງອ໋າຍ, ຮອງລັດຖະມົນຕີກະຊວງວັດທະນະທຳ - ກິລາ - ທ່ອງທ່ຽວ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະວັດທະນະທຳ, ຄະນະກຳມະການແຫ່ງຊາດ APEC, ໃຫ້ຮູ້ວ່າ:

“APEC 2017 ແມ່ນໂອກາດເພື່ອໂຄສະນາພາບພົດ ຫວຽດນາມ ດັ່ງນັ້ນ, ທຸກສະຖານທີ່ທ່ອງທ່ຽວຈະບໍ່ເກັບຄ່າສຳລັບແຂກທີ່ເຂົ້າຮ່ວມ APEC. ໄປຄຽງຄູ່ກັນນັ້ນ, ຢູ່ບັນດາສະຖານທີ່ຈັດການເຄື່ອນໄຫວ APEC ຈະຈັດຕັ້ງບັນດາລາຍການເພື່ອໂຄສະນາຄວາມສວຍງາມ, ຄວາມສາມາດບົ່ມຊ້ອນຂອງຕົນເຖິງບັນດາການນຳ, ວິສາຫະກິດເຂົ້າຮ່ວມ APEC ກໍ່ຄືແຂກທ່ອງທ່ຽວ. ເນື່ອງໃນໂອກາດນີ້, ຄະນະກຳມະການແຫ່ງຊາດ APEC ຈະຈັດຕັ້ງງານມະໂຫລານສິລະປະ APEC, ຈັດຕັ້ງສວນຮູບປັ້ນ APEC ຢູ່ ດ່ານັ້ງ. ນອກຈາກນັ້ນ, ຍັງມີຫຼາຍການເຄື່ອນໄຫວສິລະປະ, ວາງສະແດງອື່ນໆອີກ".

ແຫຼ່ງຄັດຈາກ vovworld.vn