ທີ່ການກວດກາ, ບັນດາວິທີການ, ແຜນການ, ພິເສດແມ່ນແຜນການເຄື່ອນໄຫວຂອງທ່ານປະທານປະເທດ ແລະພັນລະຍາ, ໃນນັ້ນມີກອງປະຊຸມບັນດາການນໍາພື້ນຖານເສດຖະກິດ APEC, ກອງປະຊຸມສຸດຍອດວິສາຫະກິດ APEC, ການໂອ້ລົມສົນທະນາລະຫວ່າງບັນດາການນໍາພື້ນຖານເສດຖະກິດ APEC ກັບສະພາທີ່ປຶກສາວິສາຫະກິດ APEC (ABAC), ພິທີຕ້ອນຮັບຢ່າງເປັນທາງການ ແລະງານລ້ຽງ, ການສະແດງສິລະປະຂໍ່ານັບຮັບຕ້ອນ, ການປະຊຸມຂ່າວ... ໄດ້ຝຶກຊ້ອມຄື, ເປັນຕົວຈິງທີ່ບັນດາສະຖານທີ່ຈັດຕັ້ງບັນດາເຫດການຂອງສັບປະດາຂັ້ນສູງ APEC 2017.
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະບັນດາຜູ້ແທນທີ່ການກວດກາການເຄື່ອນໄຫວຂອງສັບປະດາຂັ້ນສູງ APEC 2017 . ພາບ: TTXVN
ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ, ສັບປະດາຂັ້ນສູງ APEC 2017 ດໍາເນີນໃນສະພາບການຄວາມໝັ້ນຄົງດ້ານການເມືອງໃນໂລກ ແລະພາກພື້ນມີການຜັນແປສັບສົນຫຼາຍຢ່າງ. ສະນັ້ນ, ເພື່ອຕ້ອນຮັບບັນດາການນໍາ APEC ພ້ອມກັບບັນດາປະມຸກລັດມາເຂົ້າຮ່ວມບັນດາກອງປະຊຸມຄວນຮັບປະກັນໃຫ້ຢູ່ໃນລະດັບສູງສຸດ.
ເພື່ອຮັບປະກັນຜົນສໍາເລັດຂອງສັບປະດາຂັ້ນສູງ, ທ່ານປະທານປະເທດ ສະເໜີວຽກງານຈັດຕັ້ງ, ພິທີການຄວນກະກຽມຢ່າງຄົບຖ້ວນ, ຮອບຄອບຖີ່ຖ້ວນທີ່ສຸດ; ຮັບປະກັນການຕິດຕໍ່ສື່ສານບໍ່ຕິດຂັດ; ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ບັນດາຜູ້ແທນຢ່າງເດັດຂາດ; ມີບັນດາວິທີການປ້ອງກັນ, ສະກັດກັ້ນໂລກພະຍາດ, ກະກຽມພື້ນຖານດ້ານວັດຖຸອຸປະກອນ, ສາທາລະນະສຸກຢ່າງຮອບຄອບຖີ່ຖ້ວນ, ຮັບປະກັນຄວາມປອດໄພສຸຂະອະນາໄມດ້ານສະບຽງອາຫານ.
ບົນພື້ນຖານການຊີ້ນໍາຂອງທ່ານປະທານປະເທດ, ບັນດາອົງການຈະດັດປັບ, ເພີ່ມເຕີມບັນດາວິທີການຈັດຕັ້ງ, ພິທີການຕ້ອນຮັບ, ພະລາທິການ, ສື່ມວນຊົນ ແລະວິທີການສໍາຮອງຕ່າງໆເພື່ອແນໃສ່ຮັບປະກັນບັນດາການເຄື່ອນໄຫວດໍາເນີນຢ່າງປອດໄພ, ສົມກຽດ, ຕອບສະໜອງບັນດາມາດຕະຖານຕາມທໍານຽມຂອງ APEC. ຈາກພຶດຕິກໍາຕົວຈິງຂອງການກວດກາ, ບັນດາອົງການຄວນມີບັນດາມາດຕະການແກ້ໄຂບັນດາຂັ້ນຕອນທີ່ຍັງບໍ່ສົມບູນ, ຖອດຖອນບົດຮຽນໃນການແກ້ໄຂກໍລະນີ, ພ້ອມກັນນັ້ນກໍ່ມີວິທີການຈັດວາງກໍາລັງຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນດາກໍລະນີເກີດຂຶ້ນໂດຍບັງເອີນ ເພື່ອແນໃສ່ຮັບປະກັນບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງດໍາເນີນປະສົບຜົນສໍາເລັດ.
ສັບປະດາຂັ້ນສູງ APEC 2017 ດ້ວຍບັນດາເຫດການສ່ວນຫຼາຍຈະໄດ້ດໍາເນີນຢູ່ນະຄອນ ດ່າໜັ້ງ ແລະແຂວງ ກວ້າງນາມ ຊຶ່ງແມ່ນໜຶ່ງຈຸດສຸມໃນການພົວພັນຕ່າງປະເທດຂອງ ຫວຽດນາມ ແຕ່ນີ້ຮອດປີ 2020. ຫວຽດນາມ ຄາດຄະເນວ່າ ຈະຕ້ອນຮັບຜູ້ແທນປະມານ 10.000 ຄົນລວມມີການນໍາຂອງ 21 ພື້ນຖານເສດຖະກິດ APEC, ຜູ້ຕາງໜ້າບັນດາວິສາຫະກິດແຖວໜ້າຢູ່ພາກພື້ນ ແລະສາກົນ, ສື່ມວນຊົນໃນພາກພື້ນ ແລະສາກົນ.
ແປໂດຍ: ທູຈາງ