ການຄົ້ນພົບອັດຖິນັກຮົບເສຍສະຫຼະຊີວິດ 6 ຊຸດໃນຄັ້ງນີ້ແມ່ນທະຫານເຂດ 2 ຊອກຄົ້ນ ແລະທ້ອນໂຮມໄດ້ດ້ວຍການຊ່ວຍເຫຼືອຈາກຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາແຂວງພາກເໜືອຂອງລາວ.

ອັດຖິເຫຼົ່ານັ້ນຍັງບໍ່ທັນມີປັດໄຈຄົບຖ້ວນເທື່ອເພື່ອຢັ້ງຢືນຊື່ ແລະນາມສະກຸນ ແລະປະຈຸບັນໄດ້ແຍກອອກຝັງໄວ້ເປັນຂຸມຂອງໃຜຂອງລາວ ຢູ່ສຸສານນັກຮົບເສຍສະຫຼະຊີວິດ ເພື່ອຊາດຕົງຄາວ (ຕາແສງແທ່ງເນືອ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ).

leftcenterrightdel
ດ້ຽນບຽນ ຈັດພິທີໄຫວ້ອາໄລ ແລະປົງອັດຖິນັກຮົບເສຍສະຫຼະຊີວິດ 6 ຊຸດ. ພາບ: qdnd.vn

ທີ່ພິທີ, ຜູ້ແທນ, ພະນັກງານ, ນັກຮົບ ແລະປະຊາຊົນແຂວງດ້ຽນບຽນ ຫຼາຍຄົນໄດ້ໄປວາງພວງມາລາ ແລະຖະຫວາຍທູບທຽນອາໄລຫາດວງວິນຍານບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ປະຕິບັດສໍາເລັດພັນທະແຫ່ງຊາດໃຫ້ກັບມາຢູ່ບ້ານເກີດເມືອງນອນຫວຽດນາມ.

ຕໍ່ໜ້າດວງວິນຍານຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ອົງຄະນະພັກ, ອໍານາດການປົກຄອງ, ທະຫານ ແລະປະຊາຊົນບັນດາເຜົ່າໃນແຂວງດ້ຽນບຽນ ໄດ້ປະຕິຍານວ່າ ຈະສືບຕໍ່ປະຕິບັດພາລະກິດປ່ຽນແປງໃໝ່, ນໍາປະເທດກ້າວຂຶ້ນຍາດເອົາໄຊຊະນະໃໝ່ຫຼາຍຢ່າງ ແລະ ໃຫຍ່ຫຼວງກວ່າເກົ່າໃນເສັ້ນທາງປະຕິວັດທີ່ພັກ ແລະປະທານໂຮ່ຈີມິນ ໄດ້ເລືອກເຟັ້ນ.

ໂດຍ: ທະນາພອນ