ເຫດການດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈມະນຸດສະທຳ, ຄວາມຮັບຜິດຊອບ ແລະເຈດຕະນາດີກໃນການຮ່ວມມືຂອງຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນ ຫວຽດນາມ-ອາເມລິກາ ໃຫ້ພັດທະນາແບບຍືນຍົງອີກດ້ວຍ.

ພິທີສົ່ງອັດຖິທະຫານອາເມລິກາ ກັບຄືນປະເທດ ຄັ້ງທີ 171 ແມ່ນໜຶ່ງໃນບັນດາເຫດການສຳຄັນທີ່ສິ້ນສຸດລົງໃນປີ 2025, ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ສະຫະລັດອາເມລິກາ (1995-2025), 40 ປີແຫ່ງການເຄື່ອນໄຫວສົມທົບກັນຄັ້ງທຳອິດເພື່ອຊອກຫາທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ (1985-2025) ແລະ 50 ປີແຫ່ງການສິ້ນສຸດສົງຄາມຢູ່ຫວຽດນາມ (1975-2025), ເຊິ່ງເປັນຂີດໝາຍການເດີນທາງທີ່ຍາວນານໃນການຮຳບາດແຜ, ຫັນເປັນປົກກະຕິ ແລະພັດທະນາການພົວພັນ ຫວຽດນາມ-ສະຫະລັດອາເມລິກາ.

leftcenterrightdel
ບັນຍາກາດທີ່ພິທີສົ່ງອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຄັ້ງທີ 171. ພາບ: ຟ້າມຮືງ

ຕາງໜ້າລັດຖະບານ ແລະປະຊາຊົນສະຫະລັດອາເມລິກາ, ທ່ານ Marc Knapper ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານຫວຽດນາມ ຍ້ອນຄຳໝັ້ນສັນຍາຢ່າງແຮງ ແລະທົນທານຕໍ່ກັບຄວາມມານະພະຍາຍາມດ້ານມະນຸດສະທຳນີ້, ຢືນຢັນວ່າ ນີ້ແມ່ນພະຍານຫຼັກຖານໃຫ້ແກ່ຈິດໃຈຮ່ວມມືຢ່າງແໜ້ນແຟ້ນລະຫວ່າງປະຊາຊົນສອງປະເທດ, ສ້າງພື້ນຖານໃຫ້ແກ່ວິວັດການການຫັນເປັນປົກກະຕິ, ຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຮວ່າງຊວນຈຽນ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ແບ່ງປັນວ່າ, ຜ່ານຜ່າຄວາມເຈັບປ່ວຍ, ນັບແຕ່ມື້ທໍາອິດ, ຫວຽດນາມ ໄດ້ຮ່ວມມືຢ່າງສົມບູນໃນການຊອກຫາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມບົນຈິດໃຈມະນຸດສະທຳ.

ທ່ານພົນໂທ ຮວ່າງຊວນຈຽນ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສ້າງເງື່ອນໄຂທີ່ສະດວກທີ່ສຸດໃຫ້ການເຄື່ອນໄຫວຊອກຫາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ, ຄືດັ່ງທີ່ໄດ້ປະຕິບັດໃນຕະຫຼອດເກືອບເຄິ່ງສະຕະວັດຜ່ານມາ; ພ້ອມທັງ ສະເໜີໃຫ້ຝ່າຍອາເມລິກາ ເພີ່ມທະວີແຫຼ່ງກໍາລັງຕື່ມອີກ, ເປີດກວ້າງການຜັນຂະຫຍາຍໂຄງການຕ່າງໆເພື່ອໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ບໍ່ທັນແຕກ, ກໍາຈັດມົນລະພິດໂດໂອຊິນ, ໜູນຊ່ວຍຄົນພິການ, ຜູ້ປະສົບເຄາະຮ້າຍຈາກສົງຄາມ, ຊອກຫາ, ທ້ອນໂຮມ, ຍົກສູງກໍາລັງຄວາມສາມາດສັນລະສູດອັດຖິທະຫານຫວຽດນາມ ທີ່ຫາຍສາບສູນໃນປາງສົງຄາມ.

ໂດຍ: ຈາງຫງວຽນ