    |
 |
ນໍາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຈາກຈຸດຄົ້ນພົບຢູ່ພູຖໍ້າແຊ, ບ້ານລ່ອງແຈ້ງ, ເມືອງລ່ອງແຈ້ງ, ແຂວງໄຊສົມບູນ (ລາວ) ໄປຈຸດບູຊາ. ພາບໂດຍກົມກອງສະໜອງ. |
ຕາມແຜນຮ່າງ 515 ຂອງລັດຖະບານຫວຽດນາມ ແລະຂໍ້ຕົກລົງຂອງກອງບັນຊາການທະຫານເຂດ 4, ຄະນະຊີ້ນໍາ 515 ແຂວງເງະອານ, ກອງທ້ອນໂຮມ ໄດ້ຮັບໜ້າທີ່ໃຫ້ສົມທົບກັບປະເທດເພື່ອນລາວ ຈັດຕັ້ງການຊອກຫາໃນບໍລິເວນ 3 ແຂວງ, ຄື: ຊຽງຂວາງ, ວຽງຈັນ ແລະໄຊສົມບູນ. ນີ້ແມ່ນໜ້າທີ່ອັນສັກສິດ ແລະສູງສົ່ງ, ນຳເອົາລູກຫຼານທີ່ເສຍຊີວິດເພື່ອພັນທະສາກົນກັບຄືນສູ່ບ້ານເກີດເມືອງນອນ, ປະເທດຊາດ.
ການເດີນທາງເພື່ອໄປຊອກຫາເພື່ອນຮ່ວມກົມກອງແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກ. ແຕ່ວ່າ, ໃນຕະຫຼອດຫຼາຍປີຜ່ານມາ, ພະນັກງານ, ນັກຮົບກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຍັງບໍ່ມີວັນທີ່ຈະທໍ້ຖອຍ. ກ່ອນການເດີນທາງແຕ່ລະຄັ້ງ, ກົມກອງຍາມໃດກໍ່ເປັນເຈົ້າການກະກຽມຢ່າງລະອຽດກ່ຽວກັບບຸກຄະລາກອນ, ພາຫະນະ ແລະພະລາທິການ. ກອງທ້ອນໂຮມໄດ້ເປັນເຈົ້າການສົມທົບກັບກໍາລັງປະເທດເພື່ອນ ເພື່ອໂຄສະນາ, ຂົນຂວາຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ເປັນຕົ້ນແມ່ນນັກຮົບເກົ່າໜູນຊ່ວຍການຊອກຫາ, ນຳທາງ, ບອກບ່ອນທີ່ຝັງສົບ. ພະນັກງານ, ພາລະກອນໃນກອງສ່ວນຫຼາຍມີປະສົບການຫຼາຍປີ, ສະນັ້ນເຂົາເຈົ້າຈຶ່ງເຂົ້າໃຈຮີດຄອງປະເພນີ, ພູມສັນຖານ, ພາສາ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຢູ່ປະເທດປະຈຳຖິ່ນ.
ທ່ານພັນເອກ ເຈ໊ງອັກຮ່າ, ຫົວໜ້າກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແບ່ງປັນວ່າ: “ປະຕິບັດໜ້າທີ່ຢູ່ປະເທດເພື່ອນລາວ ມາຫຼາຍປີ, ອ້າຍນ້ອງໃນກອງທ້ອນໂຮມ ມີຄວາມລື້ງເຄີຍກັບການຢູ່ໄກບ້ານ ແລະໄກຄອບຄົວ. ແຕ່ສິ່ງທີ່ທົດແທນ, ພວກຂ້າພະເຈົ້າ ຍາມໃດກໍ່ໄດ້ຮັບຄວາມຮັກແພງຢ່າງຈິງໃຈຈາກພະນັກງານ ແລະປະຊາຊົນຢູ່ປະເທດເພື່ອນລາວ, ເຂົາເຈົ້າຖືພວກຂ້າພະເຈົ້າເປັນຍາດຕິພີ່ນ້ອງ. ເມື່ອຮອດຍາມງານບຸນ ແລະບຸນປີໃໝ່, ອາລົມຈິດ, ນ້ຳໃຈຄວາມຮັກແພງລະຫວ່າງທະຫານ ແລະປະຊາຊົນສອງປະເທດຍິ່ງນັບມື້ນັບສະໜິດຕິດພັນ, ອົບອຸ່ນຂຶ້ນຕື່ມ. ຍ້ອນການແບ່ງປັນ ແລະຄວາມເຂົ້າໃຈນັ້ນເອງແມ່ນແຫຼ່ງລະດົມກໍາລັງໃຈຢ່າງມະຫາສານເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ປະຕິບັດໜ້າທີ່ອັນສັກສິດ ເຊິ່ງປະເທດຊາດໄດ້ມອບໝາຍໃຫ້”.
ນັບແຕ່ລະດູແລ້ງ 2020-2021 ມາຮອດປະຈຸບັນ, ທາງກອງທ້ອນໂຮມໄດ້ລົງສຳຫຼວດ, ຊອກຫາ, ຂຸດຄົ້ນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ສປປ ລາວ ໄດ້ 457 ອັດຖິ. ບໍ່ພຽງແຕ່ເປັນການປະຕິບັດໜ້າທີ່ທາງດ້ານວິຊາສະເພາະເທົ່ານັ້ນ, ພະນັກງານ, ນັກຮົບຍັງໄດ້ປະຕິບັດໜ້າທີ່ເຮັດວຽກງານຂົນຂວາຍປະຊາຊົນຢູ່ປະເທດເພື່ອນລາວອີກດ້ວຍ; ຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນກວ່າ 2.500 ເທື່ອຄົນ; ມອບອາຫານແຫ້ງ 1,2 ໂຕນ ແລະເຄື່ອງນຸ່ງຫົ່ມກວ່າ 3.500 ຊຸດ; ຊ່ວຍປະຊາຊົນເກັບກ່ຽວເຂົ້າ, ສ້ອມແປງເຮືອນ, ເຮັດອະນາໄມຕາມເສັ້ນທາງເຂົ້າບ້ານ... ບັນດາການກິດຈະກໍາທີ່ມິດງຽບແຕ່ແທດຈິງນັ້ນໄດ້ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ; ພ້ອມກັນນັ້ນ, ກໍ່ສ້າງຄວາມເຊື່ອໝັ້ນ, ການສົມທົບ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງກຳລັງ ແລະປະຊາຊົນປະເທດເພື່ອນໃນການນຳທາງ, ປ້ອງກັນ ແລະສະໜອງຂໍ້ມູນກ່ຽວກັບຂຸມຝັງສົບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.
ໂດຍ: ເຈິ່ນຮວ່ຽນ