ຄະນະໄດ້ໄປຢ້ຽມຢາມ ແລະຖະຫວາຍທູບທຽນອາໄລຫານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ກອງທ້ອນໂຮມ 584, ຫ້ອງການເມືອງ, ກອງບັນຊາການທະຫານແຂວງກວ໋າງຈິ (ຕັ້ງທັບຢູ່ເມືອງພະລານໄຊ, ແຂວງສະຫວັນນະເຂດ).

leftcenterrightdel
ທ່ານພົນໂທ ຫງວຽນວັນເກົ໊າ ມອບຂອງຂວັນໃຫ້ແກ່ກອງທ້ອນໂຮມ 584, ຫ້ອງການເມືອງ, ກອງບັນຊາການທະຫານແຂວງກວ໋າງຈິ (ຕັ້ງທັບຢູ່ເມືອງພະລານໄຊ, ແຂວງສະຫວັນນະເຂດ). ພາບ: nhandan.vn

ທ່ານພົນໂທ ຫງວຽນວັນເກົ໊າ ໄດ້ຍ້ອງຍໍສັນລະເສີນຈິດໃຈສາມັກຄີ, ຄວາມຮັບຜິດຊອບ, ເຈດຈໍານົງຜ່ານຜ່າຄວາມຫຍຸ້ງຍາກຂອງພະນັກງານ, ພາລະກອນກອງທ້ອນໂຮມ 584 ໃນການປະຕິບັດໜ້າທີ່ສຳຫຼວດ, ຊອກຫາ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ແຂວງສະຫວັນນະເຂດ.

ທ່ານພົນໂທ ຫງວຽນວັນເກົ໊າ ເນັ້ນໜັກວ່າ ວຽກງານທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນໜ້າທີ່ການເມືອງ, ມະນຸດສະທຳຢ່າງເລິກເຊິ່ງ, ສະແດງໃຫ້ເຫັນສິນທຳ “ຕອບບຸນແທນຄຸນ” ຂອງຊາດຫວຽດນາມ; ພ້ອມທັງເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ. ທ່ານພົນໂທ ຫງວຽນວັນເກົ໊າ ຮຽກຮ້ອງກອງທ້ອນໂຮມ 584 ສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບ, ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ອຳນາດການປົກຄອງ ແລະກໍາລັງປະກອບອາວຸດລາວ, ຍົກສູງຄວາມຕັດສິນໃຈ, ປະຕິບັດສຳເລັດໜ້າທີ່ໃນລະດູແລ້ງ ປີ 2025-2026.

ເນື່ອງໃນໂອກາດນີ້, ຄະນະພະນັກງານຄະນະປະຕິບັດງານພິເສດລັດຖະບານຫວຽດນາມ ແລະການນໍາກອງບັນຊາການທະຫານເຂດ 4 ໄດ້ມອບຂອງຂວັນ, ລະດົມກໍາລັງໃຈພະນັກງານ, ນັກຮົບກອງທ້ອນໂຮມ 584.

ໂດຍ: ເຈິ່ນຮວ່ຽນ