ແຂວງກວາງຫງ້າຍ: ກອງທ້ອນໂຮມ K53 ເດີນທາງໄປຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ
ກປ.ອອນໄລ - ວັນທີ 10 ພະຈິກ, ຄະນະຊີ້ນຳການຊອກຫາ, ທ້ອນໂຮມ ແລະກຳນົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ຄະນະຊີ້ນຳ 515) ແຂວງກວາງຫງ້າຍ ໄດ້ຈັດພິທີສົ່ງກອງທ້ອນໂຮມອັດຖິ ເດີນທາງໄປຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ ແລະ ກຳປູເຈຍ ໃນລະດູແລ້ງ ປີ 2025-2026.
ກ່າວຄໍາເຫັນມອບໜ້າທີ່, ທ່ານພັນເອກພິເສດ ຫວໍເຕິນຕ່າຍ, ຫົວໜ້າການເມືອງກອງບັນຊາການທະຫານແຂວງກວາງຫງ້າຍ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳ 515, ໄດ້ຢືນຢັນວ່າ ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນໜ້າທີ່ຫຍຸ້ງຍາກເປັນພິເສດ, ແຕ່ກໍ່ແມ່ນຄວາມເປັນກຽດອັນສູງສົ່ງ.
    |
 |
|
ທ່ານພັນເອກພິເສດ ເຈີ່ນມິງຈ້ອງ, ຮອງຫົວໜ້າການເມືອງ ທະຫານເຂດ 5, ຫົວໜ້າຄະນະຊີ້ນຳ 515 ທະຫານເຂດ 5 ລະດົມກຳລັງໃຈກຳລັງປະຕິບັດໜ້າທີ່. ພາບ: qdnd.vn |
ທ່ານພັນເອກພິເສດ ຫວໍເຕິນຕ່າຍ ໄດ້ຮຽກຮ້ອງໃຫ້ພະນັກງານ, ນັກຮົບ ກອງທ້ອນໂຮມ K53 ຍົກສູງຄວາມຮັບຜິດຊອບ, ເຈດຈໍານົງຕັດສິນໃຈ ແລະຄວາມສາມັກຄີເປັນເອກະພາບສູງ; ປະຕິບັດຕາມກົດໝາຍຂອງຫວຽດນາມ - ລາວ - ກໍາປູເຈຍ ຢ່າງເຂັ້ມງວດ; ເປັນເຈົ້າການສົມທົບກັບບັນດາອົງການທີ່ກ່ຽວຂ້ອງ, ຍາດແຍ່ງການຊ່ວຍເຫຼືອຂອງອໍານາດການປົກຄອງ, ປະຊາຊົນຂອງປະເທດເພື່ອນ, ເສີມຂະຫຍາຍຈິດໃຈຫົວຄິດປະດິດສ້າງ, ມີຄວາມໄຫວພິບໃນວຽກງານຂົນຂວາຍປະຊາຊົນ, ການທູດ, ເກັບກຳຂໍ້ມູນທີ່ຊັນເຈນ, ຍົກສູງປະສິດທິຜົນຂອງການທ້ອນໂຮມ.
ໃນລະດູແລ້ງປີ 2024-2025, ກອງທ້ອນໂຮມ K53 ໄດ້ດໍາເນີນການສໍາຫຼວດບໍລິເວນໃນ 3 ແຂວງພາກໃຕ້ຂອງລາວ ແລະ 6 ເມືອງຂອງແຂວງ Ratanakiri (ກຳປູເຈຍ), ໂດຍທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ 26 ອັດຖິ.
ເນື່ອງໃນໂອກາດນີ້, ຄະນະຊີ້ນຳແຫ່ງຊາດ 515, ຄະນະຊີ້ນຳ 515 ທະຫານເຂດ 5, ແຂວງກວາງຫງ້າຍ ແລະບັນດາອົງການ, ກົມກອງຕ່າງໆ ໄດ້ມອບຂອງຂວັນແກ່ພະນັກງານ, ນັກຮົບຂອງກອງທ້ອນໂຮມ K53.
ກ່ອນໜ້ານັ້ນ, ຄະນະຜູ້ແທນໄດ້ຈັດການໄຫວ້ອາໄລ, ຖະຫວາຍທູບທຽນວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງກວາງຫງ້າຍ (ຕາແສງດັກເກິມ).
ໂດຍ: ຈາງຫງວຽນ