ຄະນະຊີ້ນຳ 515 ຂອງທະຫານເຂດ 4 ກວດກາການຄົ້ນຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງບໍລິຄຳໄຊ
ກປ.ອອນໄລ - ວັນທີ 31 ມັງກອນ, ຄະນະປະຕິບັດງານ ຄະນະຊີ້ນຳ 515 ຂອງທະຫານເຂດ 4 ນໍາໂດຍທ່ານພົນຈັດຕະວາ ເລວັນຈຸງ, ຄະນະປະຈຳຄະນະພັກ, ຮອງຫົວໜ້າການເມືອງ, ຫົວໜ້າຄະນະຊີ້ນຳ 515 ທະຫານເຂດ 4 ໄດ້ດໍາເນີນການກວດກາວຽກງານຄົ້ນຫາ, ຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ກອງບັນຊາການທະຫານແຂວງຮ່າຕິ້ງ ຢູ່ແຂວງບໍລິຄຳໄຊ.
ກ່າວຄຳເຫັນທີ່ການກວດກາ, ທ່ານພົນຈັດຕະວາ ເລວັນຈຸງ ໄດ້ແບ່ງປັນຄວາມຫຍຸ້ງຍາກ, ຄວາມລຳບາກຂອງພະນັກງານ, ພາລະກອນຂອງກອງທ້ອນໂຮມ; ພ້ອມທັງເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ວຽກງານຄົ້ນຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວຈະສືບຕໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນແຫຼ່ງຂໍ້ມູນທີ່ຈຳກັດ, ຄົມມະນາຄົມຂົນສົ່ງທີ່ສັບສົນ. ທ່ານພົນຈັດຕະວາ ເລວັນຈຸງ ໄດ້ຮຽກຮ້ອງໃຫ້ພະນັກງານ, ພາລະກອນຂອງກອງທ້ອນໂຮມສືບຕໍ່ກໍານົດຢ່າງຈະແຈ້ງວ່າ ນີ້ແມ່ນໜ້າທີ່ທາງການເມືອງທີ່ພິເສດ, ສັກສິດຂອງພັກ, ລັດ, ກອງທັບ ແລະປະຊາຊົນຕໍ່ວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ.
    |
 |
|
ບັນຍາກາດທີ່ການກວດກາ. ພາບ: qdnd.vn |
ຄະນະພັກ, ຜູ້ບັນຊາການຂອງກອງທ້ອນໂຮມຕ້ອງເພີ່ມທະວີການຊາບຊຶມໃຫ້ພະນັກງານ, ພາລະກອບປະຕິບັດກົດລະບຽບຢ່າງເຂັ້ມງວດ; ເອົາໃຈໃສ່ຮັບປະກັນຊີວິດທາງວັດຖຸ, ຈິດໃຈໃຫ້ແກ່ທະຫານ; ຍູ້ແຮງວຽກງານຂົນຂວາຍປະຊາຊົນ; ຮັກສາ ແລະເພີ່ມທະວີສາຍພົວພັນຄວາມສາມັກຄີ, ຄວາມສະໜິດຕິດພັນກັບຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນທີ່ກົມກອງຕັ້ງທັບ ແລະປະຕິບັດໜ້າທີ່...
ເນື່ອງໃນໂອກາດນີ້, ຄະນະຊີ້ນຳ 515 ຂອງທະຫານເຂດ 4 ໄດ້ມອບຂອງຂວັນ ແລະອວຍພອນປີໃໝ່ໃຫ້ແກ່ພະນັກງານ, ພາລະກອນຂອງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ກອງບັນຊາການທະຫານແຂວງຮ່າຕິ້ງທີ່ກຳລັງປະຕິບັດໜ້າທີ່ຢູ່ປະເທດເພື່ອນລາວ.
ໂດຍ: ຈາງຫງວຽນ