ຊອກເຫັນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ປະເທດລາວ
ກປ.ອອນໄລ - ໃນວິວັດການຊອກຫາຢູ່ແຂວງບໍລິຄໍາໄຊ, ກອງທ້ອນໂຮມອັດຖິນັກສົບເສຍສະຫຼະຊີວິດເພື່ອຊາດແຂວງຮ່າຕິງ ໄດ້ພົບເຫັນ 1 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ພ້ອມດ້ວຍວັດຖຸຫຼາຍຢ່າງ, ຄື: ອູ່, ຢາ ແລະລູກປືນຫຼາຍສິບລູກ.
ວັນທີ 10 ມີນາ, ຕາມຂໍ້ມູນຈາກກອງບັນຊາການທະຫານແຂວງຮ່າຕິງ ໃຫ້ຮູ້ວ່າ ກໍາລັງຂອງກົມກອງຫາກໍ່ຊອກເຫັນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນທະຫານອາສາສາໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ປະເທດເພື່ອນລາວ.
    |
 |
|
ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ຂຶ້ນກັບກອງບັນຊາການທະຫານແຂວງຮ່າຕິງ) ຊອກເຫັນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ. ພາບ: ກອງບັນຊາການທະຫານແຂວງຮ່າຕິງ |
ກ່ອນໜ້ານັ້ນ, ຈາກແຫຼ່ງຂໍ້ມູນຂອງທ່ານ ເຢັຍຕູ (ທີ່ຢູ່ບ້ານນາຊວງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ, ລາວ) ກ່ຽວກັບການພົບເຫັນຂຸມຝັງສົບ ເຊິ່ງໄດ້ຄິດວ່າແມ່ນຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນທະຫານອາສາສະໝັກຫວຽດນາມ, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ຂຶ້ນກັບກອງບັນຊາການທະຫານແຂວງຕ່າຕິງ) ໄດ້ໄປຍັງເຂດຖໍ້າເຈຍ, ພູຫີນດໍາ ເພື່ອກວດກາ. ຕາມການເລົ່າຟັງຂອງປະຊາຊົນທ້ອງຖິ່ນ, ເຂດແຫ່ງນີ້ແຕ່ກ່ອນເຄີຍເປັນບ່ອນຕັ້ງທັບຂອງສຸກສາລາກາງສະໜາມ ແລະສາງສຳພາລະທະຫານຂອງທະຫານຫວຽດນາມ. ພາຍຫຼັງຄວາມມານະພະຍາຍາມຊອກຫາຢູ່ເຂດພູຜາປ່າດົງທີ່ທຸລະກັນດານ, ນັກຮົບໄດ້ພົບເຫັນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ໃຕ້ດິນ.
    |
 |
|
ວັດຖຸຫຼາຍຢ່າງ ໄດ້ຊອກເຫັນທີ່ເຂດອ້ອມແອ້ມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ກອງບັນຊາການທະຫານແຂວງຮ່າຕິງ |
ປະຈຸບັນ, ກອງທ້ອນໂຮມ ໄດ້ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄປຍັງສະຖານທີ່ຕັ້ງທັບເພື່ອສ້າງສໍາເນົາເອກະສານ ແລະຮັກສາໄວ້ຢ່າງລອບຄອບຖີ່ທ້ວນ. ເລື່ອງຊອກເຫັນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ພ້ອມດ້ວຍວັດຖຸຫຼາຍຢ່າງອີກຄັ້ງໜຶ່ງຢັ້ງຢືນຄວາມມານະພະຍາຍາມບໍ່ຮູ້ອຶດຮູ້ເມື່ອຍຂອງພະນັກງານ, ນັກຮົບກອງບັນຊາການທະຫານແຂວງຮ່າຕິງ ໃນວິວັດການນໍາສົ່ງອັດຖິພວກອ້າຍກັບຄືນປະເທດ.
ໂດຍ: ໄຊນີດາ