ຄະນະຜູ້ແທນຄະນະກຳມະການສະເພາະກິດລັດຖະບານຫວຽດນາມ ນໍາໂດຍທ່ານພົນໂທ ຫວໍມີງເລືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການສະເພາະກິດລັດຖະບານ ຫວຽດນາມ. ຄະນະຜູ້ແທນຄະນະກຳມະການສະເພາະກິດລັດຖະບານກໍາປູເຈຍ ນໍາໂດຍທ່ານພົນເອກ  Pol Saroeun, ທີ່ປຶກສາອາວຸໂສພະບາດສົມເດັດພະບໍລົມມະນຽດ, ປະທານຄະນະກຳມະການສະເພາະກິດລັດຖະບານກໍາປູເຈຍ.

leftcenterrightdel
ທ່ານພົນໂທ ຫວໍມີງເລືອງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ  Pol Saroeun ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບຜັນຂະຫຍາຍ, ຍູ້ແຮງວຽກງານໂຄສະນາ ແລະກຳນົດນີ້ແມ່ນໜ້າທີ່ສຳຄັນ ເພື່ອປະຊາຊົນ, ເປັນຕົ້ນແມ່ນລຸ້ນໜຸ່ມເຂົ້າໃຈເຖິງຈຸດປະສົງການຕໍ່ສູ້, ການເສຍສະຫຼະຂອງພະນັກງານ, ນັກຮົບທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ; ຈາກນັ້ນສ້າງການຮ່ວມມື, ສົມທົບກັນຢ່າງຕັ້ງໜ້າ, ມີປະສິດທິຜົນຂອງປະຊາຊົນທຸກຊັ້ນວັນນະ ແລະບັນດາອົງການຈັດຕັ້ງ, ພະຍານຫຼັກຖານໃນການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີສິດເພື່ອຊາດ. ບັນດາອົງການ, ກົມກອງ, ທ້ອງຖິ່ນຂອງສອງປະເທດແລກປ່ຽນຂໍ້ມູນຂ່າວສານ, ເພີ່ມທະວີການກວດກາ, ຕີລາຄາໝາກຜົນເປັນປະຈຳ, ຖອດຖອນບົດຮຽນ, ຍ້ອງຍໍຊົມເຊີຍໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນປະຕິບັດສຳເລັດໜ້າທີ່ຢ່າງທັນການ; ພ້ອມທັງສົ່ງພະນັກງານທີ່ມີປະສົບການ, ຊຳນິຊຳນານບໍລິເວນເຂົ້າຮ່ວມການປະຕິບັດໜ້າທີ່, ແກ້ໄຂຂໍ້ຕິດຂັດເປັນຢ່າງດີ, ໜູນຊ່ວຍໃຫ້ກຳລັງປະຕິບັດໜ້າທີ່ໃນພູມສາດຕົວຈິງຢ່າງທັນການ ແລະມີປະສິດທິຜົນ.

leftcenterrightdel
ທ່ານພົນໂທ ຫວໍມີງເລືອງ ແລະທ່ານພົນເອກ  Pol Saroeun ແລກປ່ຽນບົດບັນທຶກການຮ່ວມມື. ພາບ: qdnd.vn

ທ່ານພົນໂທ ຫວໍມີງເລືອງ ແລະທ່ານພົນເອກ  Pol Saroeun ໄດ້ລົງນາມໃນບົດບັນທຶກກອງປະຊຸມ ຄັ້ງທີ XXIV, ເປັນພື້ນຖານໃຫ້ການປະຕິບັດໜ້າທີ່ໃນລະດູແລ້ງ 2025-2026 ຢ່າງມີປະສິດທິຜົນ. ເນື່ອງໃນໂອກາດນີ້, ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີ, ທ່ານພົນໂທ ຫວໍມີງເລືອງ ໄດ້ມອບເງິນໜູນຊ່ວຍຂອງລັດຖະບານຫວຽດນາມ ໃຫ້ແກ່ຄະນະກຳມະການສະເພາະກິດລັດຖະບານກໍາປູເຈຍ. ທ່ານພົນໂທ ຫວໍມີງເລືອງ ກໍ່ໄດ້ມອບຂອງຂວັນໃຫ້ແກ່ບັນດາສະມາຊິກຂອງຄະນະຜູ້ແທນຄະນະກຳມະການສະເພາະກິດລັດຖະບານກໍາປູເຈຍ.

ໂດຍ: ເຈິ່ນຮວ່ຽນ