ໃນລະດູແລ້ງ 2025-2026, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂຶ້ນກັບກອງບັນຊາການທະຫານແຂວງຮ່າຕິ້ງ ໄດ້ແຕ່ງຕັ້ງພະນັກງານ, ພາລະກອນ 27 ຄົນ ໄປຍັງປະເທດລາວ ເພື່ອປະຕິບັດໜ້າທີ່ພິເສດ. ມາຮອດປະຈຸບັນ, ວຽກງານກະກຽມທຸກຢ່າງໄດ້ປະຕິບັດສຳເລັດໝົດແລ້ວ, ມີແຕ່ກຽມພ້ອມເດີນທາງ - ເຊິ່ງແມ່ນການເດີນທາງທີ່ສືບທອດມູນເຊື້ອອັນສັກກາລະບູຊາ “ໄປຊອກຫາອັດຖິເພື່ອນຮ່ວມກົມກອງ”, ນຳເອົາອັດຖິຂອງບັນດານັກຮົບວິລະຊົນກັບຄືນສູ່ບ້ານເກີດເມືອງນອນ.

leftcenterrightdel
ບັນດາສະມາຊິກໃນກອງທ້ອນໂຮມອັດຖິ ຂຶ້ນກັບກອງບັນຊາການທະຫານແຂວງຮ່າຕິ້ງ ຝຶກແອບຈັງຫວະພື້ນຖານເມື່ອຂຸດເອົາອັດຖິ. ພາບ: qdnd.vn

ຕາມແຜນການແລ້ວ, ວັນທີ 17 ຕຸລາ ທີ່ຈະມາເຖິງນີ້, ທ່ານພັນໂທ ບຸ່ຍດິ່ງກວ້ນ ພ້ອມກັບສະມາຊິກໃນກອງທ້ອນໂຮມອັດຖິ ຈະເດີນທາງໄປຍັງປະເທດລາວ ເພື່ອປະຕິບັດໜ້າທີ່ຊອກຫາ, ຂຸດຄົ້ນອັດຖິ. ນີ້ແມ່ນເທື່ອທີ 2 ທີ່ອ້າຍ ກວ້ນ ໄດ້ເຂົ້າຮ່ວມໜ້າທີ່ດັ່ງກ່າວ, ສະນັ້ນອ້າຍ ຈຶ່ງໄດ້້ກະກຽມເຄື່ອງຂອງທີ່ຈຳເປັນຢ່າງຮອບຄອບຖີ່ຖ້ວນ, ຈັດເຄື່ອງໃສ່ກະເປົາຢ່າງເປັນລະບຽບ ເພື່ອກຽມພ້ອມເດີນທາງ. ອ້າຍ ກວ້ນ ແບ່ງປັນວ່າ: "ໂດຍຖອດຖອນບົດຮຽນຈາກປະສົບການປີກາຍນີ້, ຢາກໄດ້ຂໍ້ມູນຫຼາຍຈາກປະຊາຊົນທ້ອງຖິ່ນນັ້ນຕ້ອງເກັ່ງພາສາລາວ ແລະເຂົ້າໃຈຮີດຄອງປະເພນີຂອງປະເທດເພື່ອນລາວ. ຍ້ອນເຫດນັ້ນ, ໃນໄລຍະທີ່ຜ່ານມາ, ຂ້າພະເຈົ້າ ພ້ອມກັບເພື່ອນຮ່ວມກົມກອງ ຈຶ່ງໄດ້ສຸມໃສ່ຮຽນພາສາລາວໃຫ້ຫຼາຍກວ່າ, ພ້ອມທັງກະກຽມເງື່ອນໄຂທີ່ຈໍາເປັນໃຫ້ແກ່ການໄປປະຕິບັດງານເປັນເວລາຫຼາຍວັນ, ຕັດສິນໃຈພ້ອມກັບເພື່ອນຮ່ວມກົມກອງຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ".

ໃນການໄປທ້ອນໂຮມອັດຖິຄັ້ງນີ້, ກອງບັນຊາການທະຫານແຂວງ ໄດ້ລະດົມພະນັກງານ, ພາລະກອນ 27 ຄົນ ໄປປະຕິບັດໜ້າທີ່ຢູ່ແຂວງບໍລິຄຳໄຊ ແລະນະຄອນຫຼວງວຽງຈັນ. ເພື່ອຮັບປະກັນການປະຕິບັດໜ້າທີ່ວຽກງານໃຫ້ເປັນຢ່າງດີ,  ໃນໄລຍະຜ່ານມາ, ກອງທ້ອນໂຮມອັດຖິ ໄດ້ຮັກສາລາຍການຝຶກແອບ, ບໍາລຸງສ້າງພາສາລາວໃຫ້ແກ່ພະນັກງານ, ພາລະກອນຢ່າງເຂັ້ມງວດ. ນອກຈາກການປະກອບຄວາມຮູ້ໂດຍພື້ນຖານທາງດ້ານພາສາແລ້ວ,  ກອງທ້ອນໂຮມ ຍັງໄດ້ຈັດກໍລະນີສົມມຸດຂຶ້ນ ເພື່ອຝຶກແອບທັກສະໃນການທັກທາຍ ແລະຂຸດຄົ້ນຂໍ້ມູນເພື່ອຮັບໃຊ້ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.

leftcenterrightdel
ກວດກາລະບົບປຶ້ມວຽກງານພັກ, ວຽກງານການເມືອງຂອງກອງທ້ອນໂຮມອັດຖິ. ພາບ: qdnd.vn

ເປັນຄັ້ງທຳອິດທີ່ເຂົ້າຮ່ວມໜ້າທີ່ອັນສັກສິດນີ້, ພັນຕີ ເລຢຸຍເຫງັຍ ແບ່ງປັນວ່າ: “ເມື່ອໄດ້ຮັບໜ້າທີ່, ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະພາກພູມໃຈທີ່ສຸດ. ຂ້າພະເຈົ້າ ໄດ້ຈັດແຈງວຽກໃນຄອບຄົວ,  ກຽມຈິດກຽມໃຈຢ່າງສູງສຸດເພື່ອພ້ອມກັບເພື່ອນຮ່ວມກົມກອງໄປຍັງປະເທດບ້ານໃກ້ເຮືອນຄຽງເພື່ອຊອກຫາ, ຂຸດຄົ້ນ,  ທ້ອນໂຮມ, ຈັດສົ່ງອັດຖິຂອງລູກທີ່ຮັກແພງຂອງປະເທດຊາດທີ່ໄດ້ເສຍສະຫຼະຊີວິດເພື່ອພັນທະສາກົນອັນສູງສົ່ງກັບຄືນສູ່ບ້ານເກີດເມືອງນອນ".

ໂດຍປະຕິບັດໜ້າທີ່ຢ່າງເປັນເອກະລາດ, ໄກຈາກການບັນຊາການໂດຍກົງຂອງຂັ້ນເທິງ, ບັນດາສະມາຊິກໃນກອງທ້ອນໂຮມ ຍາມໃດກໍ່ເຊີດຊູຄຸນທາດການເມືອງ, ນ້ຳໃຈຮັບຜິດຊອບ, ຄວາມສາມັກຄີ ແລະເຈດຈໍານົງຜ່ານຜ່າຄວາມຫຍຸ້ງຍາກ. ພະນັກງານ, ພາລະກອນໃນກອງທ້ອນໂຮມສ່ວນຫຼາຍແມ່ນມີປະສົບການແລ້ວ, ກໍາແໜ້ນສະພາບການຂອງພື້ນທີ່, ມີຄວາມເຂົ້າໃຈກ່ຽວກັບຮີດຄອງປະເພນີຂອງປະເທດເພື່ອນ ແລະມີສຸຂະພາບທີ່ດີເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່.

ທ່ານພັນເອກ ເຈິ່ນວັນເຊີນ, ຫົວໜ້າກອງທ້ອນໂຮມອັດຖິ ຂຶ້ນກັບກອງບັນຊາການທະຫານແຂວງຮ່າຕິ້ງ ໃຫ້ຮູ້ວ່າ: “ໄປຄຽງຄູ່ກັບການກະກຽມຢ່າງຮອບຄອບຖີ່ຖ້ວນໃຫ້ແກ່ໜ້າທີ່ຊອກຫາ, ກອງທ້ອນໂຮມຍັງໄດ້ສົມທົບກັບບັນດາອົງການ, ກົມກອງ, ອົງການຈັດຕັ້ງການເມືອງ-ສັງຄົມເພື່ອໂຄສະນາ, ປຸກລະດົມຂົນຂວາຍການບໍລິຈາກທາງດ້ານວັດຖຸ, ຢຸກຢາ, ປະກອບສ່ວນປະຕິບັດວຽກງານຂົນຂວາຍປະຊາຊົນ, ຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າ ໃນວິວັດການປະຕິບັດໜ້າທີ່ເປັນຢ່າງດີ".

ວຽກງານຊອກຫາ, ຂຸດຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ແມ່ນໜ້າທີ່ການເມືອງທີ່ສຳຄັນ, ສະແດງໃຫ້ເຫັນຫຼັກສິນທຳ "ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ" ຂອງຊາດຫວຽດນາມ, ພ້ອມທັງປະກອບສ່ວນບັນເທົາຄວາມເຈັບປວດຈາກສົງຄາມ, ສະແດງຄວາມຮູ້ບຸນຄຸນຕໍ່ກັບຜູ້ທີ່ເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ ແລະນໍ້າໃຈສາມັກຄີສາກົນອັນສູງສົ່ງ.

leftcenterrightdel
ພາຫະນະປະເພດຕ່າງໆ ໄດ້ຮັບການກວດກາຢ່າງຮອບຄອບຖີ່ຖ້ວນເພື່ອກຽມພ້ອມໄປປະຕິບັດໜ້າທີ່ທາງໄກ. ພາບ: qdnd.vn

ນັບແຕ່ປີ 1999 ມາຮອດປັດຈຸບັນ, ກອງທ້ອນໂຮມອັດຖິ ຂຶ້ນກັບກອງບັນຊາການທະຫານແຂວງຮ່າຕິ້ງ ໄດ້ຊອກຫາ, ຂຸດຄົ້ນ ແລະຈັດສົ່ງອັດຖິກັບຄືນບ້ານເກີດເມືອງນອນ 825 ອັດຖິ. ພິທີໄຫວ້ອາໄລ, ປົງອັດຖິຍາມໃດກໍ່ໄດ້ຮັບການຈັດຕັ້ງຢ່າງເຄັ່ງຂຶມໂດຍອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງ, ໄດ້ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການເສຍສະຫຼະຊີວິດອັນພິລະອາດຫານ ຂອງບັນດາວິລະຊົນນັກຮົບທີ່ໄດ້້ເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງຊາດ ແລະນ້ຳໃຈມິດຕະພາບລະຫວ່າງສອງປະເທດ ຫວຽດນາມ-ລາວ.

ທ່ານພັນເອກ ເຈິ່ນວັນເຊີນ ໃຫ້ຮູ້ຕື່ມອີກວ່າ: "ປັດຈຸບັນ, ກອງທ້ອນໂຮມອັດຖິ ລົງສຳຫຼວດ ແລະດໍາເນີນການຢັ້ງຢືນຂໍ້ມູນໄດ້ 9 ຂໍ້ມູນກ່ຽວກັບຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ 12 ຂຸມ. ດ້ວຍຈິດໃຈຄວາມຮັບຜິດຊອບສູງ ແລະຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ລຸ້ນພໍ່ລຸ້ນອ້າຍ, ວຽກງານກະກຽມໃຫ້ແກ່ການເດີນທາງໄປຊອກຫາອັດຖິຂອງເພື່ອນຮ່ວມກົມກອງ ແມ່ນໄດ້ດໍາເນີນໄປຢ່າງແໜ້ນແຟ້ນ, ຮອບຄອບຖີ່ຖ້ວນ ໂດຍກອງບັນຊາການທະຫານແຂວງຮ່າຕິ້ງ. ທ່ົວກອງທ້ອນໂຮມ ໄດ້ກຽມພ້ອມເດີນທາງແລ້ວ, ສືບຕໍ່ປະຕິບັດໜ້າທີ່ອັນສັກກາລະບູຊາ, ນໍາສົ່ງອັດຖິຂອງພວກອ້າຍກັບຄືນບ້ານເກີດເມືອງນອນ”.

ໂດຍ: ທູຈາງ