ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 81 ປີ (22 ທັນວາ 1944 / 22 ທັນວາ 2025), ຕອນເຊົ້າວັນທີ 21 ທັນວາ, ຄະນະຜູ້ແທນ ສະຖານທູດຫວຽດນາມ ປະຈຳ ລາວ, ນຳໂດຍທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ, ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ, ດອກໄມ້ເພື່ອຮູ້ບຸນຄຸນ, ອາໄລຫາວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຫວຽດນາມ ແລະ ລາວ ທີ່ເຂດປູຊະນີຍະສະຖານພັນທະມິດສູ້ຮົບ ລາວ-ຫວຽດນາມ ຢູ່ບ້ານບ້ານເກີນ, ເມືອງທຸລະຄົມ, ແຂວງວຽງຈັນ.

leftcenterrightdel
ຄະນະຜູ້ແທນໄດ້ຖ່າຍຮູບລວມທີ່ເຂດປູຊະນີຍະສະຖານພັນທະມິດສູ້ຮົບ ລາວ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ການເຄື່ອນໄຫວນີ້ເພື່ອແນໃສ່ຫວນຄືນປະຫວັດສາດອັນສະຫງ່າລາສີ ແລະມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ; ຮູ້ບຸນຄຸນການເສຍສະຫຼະ, ການປະກອບສ່ວນອັນຍິ່ງໃຫຍ່ຂອງຄົນລຸ້ນກ່ອນ ເພື່ອເອກະລາດ, ເສລີພາບຂອງປະເທດຊາດ; ພ້ອມທັງສະແດງໃຫ້ເຫັນຄວາມຕັດສິນໃຈ ແລະຄວາມຮັບຜິດຊອບໃນພາລະກິດການສ້າງສາ, ປົກປັກຮັກສາປະເທດຊາດ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ,  ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະການເຊື່ອມຕໍ່ຍຸດທະສາດລະຫວ່າງຫວຽດນາມ ແລະ ລາວ ເລິກເຊິ່ງກວ່າອີກ.

ເຂດປູຊະນີຍະສະຖານພັນທະມິດສູ້ຮົບ ລາວ-ຫວຽດນາມ ຢູ່ບ້ານເກີນ ແມ່ນບ່ອນທີ່ອາໄລຫານັກຮົບຫວຽດນາມ ແລະ ລາວ 28 ຄົນທີ່ເສຍສະຫຼະຊີວິດເພື່ອຊາດຢ່າງກ້າຫານໃນເດືອນມັງກອນ 1946 ໃນການໂຈມຕີໃສ່ຖານທີ່ໝັ້ນ ໂພນເຮ, ໜຶ່ງໃນບັນດາຖານທີ່ໝັ້ນທີ່ເຂັ້ມແຂງທີ່ສຸດຂອງລ່າເມືອງຂຶ້ນຝຣັ່ງຢູ່ທີ່ນີ້.

ໂດຍ: ຈາງຫງວຽນ