ເຂົ້າຮ່ວມພິທີມີ: ພົນຈັດຕະວາ ຫງວຽນຮົ່ງຖ໊າຍ, ຮອງຫົວໜ້າການເມືອງ ທະຫານເຂດ 2, ຫົວໜ້າຄະນະຊີ້ນໍາ 515 ທະຫານເຂດ 2; ພົນຈັດຕະວາ ຫງວຽນຫງອັກເງິນ, ຮອງຫົວໜ້າຫ້ອງການເມືອງທະຫານເຂດ 2, ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນໍາ 515 ທະຫານເຂດ 2; ສະຫາຍ ຫງວຽນມິງຝູ໋ ຮອງປະທານຄະນະກໍາມະການປະຊາຊົນແຂວງດ້ຽນບຽນ; ຜູ້ຕາງໜ້າກອງບັນຊາການທະຫານນະຄອນຫຼວງ ຮ່າໂນ້ຍ.
ທີ່ພິທີ, ບັນດາຜູ້ແທນ ໄດ້ຖະຫວາຍທູບທຽນ, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ຕໍ່ສູ້ອັນພິລະອາດຫານ, ເສຍສະຫຼະຊີວິດເພື່ອພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.
    |
 |
|
ບັນດາຜູ້ແທນ ອາໄລຫາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn |
    |
 |
|
ເຄື່ອນຍ້າຍອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ມາບ່ອນປົງອັດຖິ. ພາບ: qdnd.vn |
ແຕ່ເດືອນກໍລະກົດ ປີ 2025 ມາຮອດປັດຈຸບັນ, ກອງຂຸດຄົ້ນອັດຖິ ຂອງທະຫານເຂດ 2 ຊອກຄົ້ນ, ທ້ອນໂຮມໄດ້ຈໍານວນ 10 ອັດຖິ ທີ່ບັນດາແຂວງ: ຫຼວງນໍ້າທາ, ຜົ້ງສາລີ, ອຸດົມໄຊ.
ໃນນັ້ນ, 2 ອັດຖິ ໄດ້ຮູ້ຊື່, ທີ່ຢູ່ ແລະບ້ານເກີດເມືອງນອນ ແລະມອບໃຫ້ຄະນະຊີ້ນໍາ 515 ແຂວງຝູ໋ທໍ້ ແລະນະຄອນຮ່າໂນ້ຍ, ລວມມີ: ນັກຮົບເສຍສະຫຼະຊີວິດເພື່ອຊາດ ຮ່າວັນເອິນ (ເກີດປີ 1938; ບ້ານເກີດ: ບ້ານ ຈີດົງ, ຕາແສງ ກວາງມິງ, ເມືອງກິມແອງ, ແຂວງວິ້ງຝຸກ - ປັດຈຸບັນແມ່ນບ້ານ ດົ່ງເວີ້, ຕາແສງກວາງມິງ, ນະຄອນຮ່າໂນ້ຍ; ເຂົ້າເປັນທະຫານ: ວັນທີ 6 ກຸມພາ 1960, ເສຍສະຫຼະຊີວິດ ວັນທີ 11 ກຸມພາ 1962; ຊັ້ນ, ຕໍາແໜ່ງ, ກົມກອງ ເມື່ອເສຍສະຫຼະຊີວິດ: ສິບຕີ, ຫົວໜ້າໝູ່, ກອງຮ້ອຍ 16, ກອງພັນທີ 4, ກອງພົນ 316).
ນັກຮົບເສຍສະຫຼະຊີວິດເພື່ອຊາດ ຮ່າວັນທໍ້ (ເກີດປີ 1931; ບ້ານເກີດ: ບ້ານ ວັນລຸງ, ຕາແສງ ຫວໍມ໊ຽວ, ເມືອງແທັງເຊີນ, ແຂວງຝູ໋ທໍ້ - ປັດຈຸບັນແມ່ນເຂດ ແຢ້ 2, ຕາແສງວັນມ໊ຽວ, ແຂວງຝູ໋ທໍ້; ເຂົ້າເປັນທະຫານ: ວັນທີ 12 ສິງຫາ 1949, ເສຍສະຫຼະຊີວິດ ວັນທີ 3 ທັນວາ 1953, ຊັ້ນ, ຕໍາແໜ່ງ, ກົມກອງ ເມື່ອເສຍສະຫຼະຊີວິດ: ຮອງຫົວໜ້າໝູ່, ກອງຮ້ອຍ 22, ກອງພັນ 920, ກອງພັນໃຫຍ່ 148, ກອງພົນ 316).
8 ອັດຖິທີ່ຍັງເຫຼືອ ແມ່ນຍັງບໍ່ທັນໄດ້ຮູ້ຊື່, ທີ່ຢູ່ ແລະບ້ານເກີດເມືອງນອນ ເຊິ່ງ ໄດ້ປົງທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ແຂວງດ້ຽນບຽນ.
    |
 |
|
ພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໄດ້ຈັດຂຶ້ນຢ່າງສົມກຽດທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ. ພາບ: qdnd.vn |
ກ່າວຄໍາເຫັນທີ່ພິທີ, ສະຫາຍ ຫງວຽນມິງຝູ໋, ຮອງປະທານຄະນະກໍາມະການ ປະຊາຊົນແຂວງດ້ຽນບຽນ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາລູກຜູ້ປະເສີດ ທີ່ໄດ້ອຸທິດໄວໜຸ່ມຂອງຕົນ, ຍອມເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ ແລະເນັ້ນໜັກວ່າ ກັບຄືນເມືອບ້ານເກີດເມືອງນອນ, ພວກອ້າຍ ໄດ້ນອນສະຫງົບສຸກຢູ່ຄຽງຂ້າງສະຫາຍ, ເພື່ອນຮ່ວມກົມກອງ ແລະໃນຄວາມຮັກທີ່ບໍ່ມີຂອບເຂດຂອງຜູ້ທີ່ມີຊີວິດຢູ່.
ອົງຄະນະພັກ, ອໍານາດການປົກຄອງ, ທະຫານ ແລະປະຊາຊົນແຂວງດ້ຽນບຽນ ໃຫ້ຄໍາໝັ້ນສັນຍາວ່າ ຈະຈົ່ງຮັກພັກດີຕໍ່ເປົ້າໝາຍ, ອຸດົມການຂອງພັກ, ສືບທອດພາລະກິດປະຕິວັດອັນສະຫງ່າລາສີຂອງບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ.
ໂດຍ: ໄຊຊະນະ