ທ່ານ ເລຫງອກກວາງ, ກໍາມະການສູນກາງພັກ, ເລຂາພັກແຂວງ ກວາງບິ່ງ ໄດ້ເປັນປະທານພິທີ. ເຂົ້າຮ່ວມມີຜູ້ຕາງໜ້າຄະນະຊີ້ນໍາແຫ່ງຊາດ 515, ກອງບັນຊາການທະຫານເຂດ 4, ຄະນະປະຕິບັດງານພິເສດແຂວງຄໍາມ່ວນ (ລາວ). ລະດູແລ້ງ 2024-2025, ພະນັກງານ, ພາລະກອນກອງທ້ອນໂຮມອັດຖິ 589 (ຫ້ອງການເມືອງ, ກອງບັນຊາການທະຫານແຂວງກວາງບິ່ງ) ໄດ້ຕັ້ງໜ້າສຳຫຼວດ, ກວດກາຂໍ້ມູນ, ຊອກຫາ, ທ້ອນໂຮມໄດ້ 17 ອັດຖິ ໃນບໍລິເວນແຂວງຄໍາມ່ວນ.

leftcenterrightdel
ເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເຖິງເຂດປົງອັດຖິ. ພາບ: qdnd.vn

ໃນວິວັດການປະຕິບັດໜ້າທີ່, ກອງທ້ອນໂຮມອັດຖິ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ໜູນຊ່ວຍ ແລະຊ່ວຍເຫຼືອໃນທຸກດ້ານຈາກຄະນະພັກ, ອໍານາດການປົກຄອງ, ປະຊາຊົນ ແລະພະນັກງານ, ນັກຮົບກໍາລັງປະກອບອາວຸດຂອງແຂວງຄຳມ່ວນ.

ກ່າວຄຳເຫັນທີ່ພິທີ, ທ່ານ ຮວ່າງຊວນເຕິນ, ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນຳ 515 ແຂວງກວາງບິ່ງ ໄດ້ສະແດງຄວາມອາໄລອາວອນອັນສຸດຊຶ້ງ, ຄວາມຮູ້ບຸນຄຸນອັນເລິກເຊິ່ງ, ພ້ອມທັງຢືນຢັນວ່າ ການເສຍສະຫຼະຊີວິດຢ່າງພິລະອາດຫານຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດແມ່ນສັນຍະລັກອັນໃສແຈ້ງແຫ່ງນ້ຳໃຈສາມັກຄີສາກົນທີ່ບໍລິສຸດຜຸດຜ່ອງລະຫວ່າງ ຫວຽດນາມ-ລາວ, ເປັນພະຍານຫຼັກຖານໃຫ້ແກ່ນໍ້າໃຈ "ເຂົ້າເມັດຫັກຜັກເສັ້ນໜຶ່ງກໍແບ່ງປັນກັນກິນ" ທີ່ ສອງຊາດ ໄດ້ເພີ່ມພູນຄູນສ້າງຜ່ານຄວາມຫຍຸ້ງຍາກລໍາບາກ, ສິ່ງທົດສອບ. 

ອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນແຂວງ ກວາງບິ່ງ ຈະຈົດຈໍາບຸນຄຸນ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຕະຫຼອດໄປ, ຕັດສິນໃຈພ້ອມກັບທົ່ວປວງຊົນທັງຊາດຮັກສາພື້ນຖານເອກະລາດ, ເສລີພາບ, ສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບພັດທະນາ.

ພາຍຫຼັງພິທີໄວ້ອາໄລ, ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ໄດ້ປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບາຢົກ (ເມືອງ ໂບ້ແຈກ, ແຂວງ ກວາງບິ່ງ).

ໂດຍ: ຈາງຫງວຽນ