ແຂວງແທັງຮວ໊າ: ເພີ່ມທະວີການຮ່ວມມືຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ
ກປ.ອອນໄລ - ວັນທີ 22 ພຶດສະພາ, ຢູ່ເທດສະບານແຂວງຊຳເໜືອ, ແຂວງຫົວພັນ (ສປປ ລາວ), ຄະນະປະຕິບັດງານ ຄະນະຊີ້ນໍາ 515 ແຂວງແທັງຮວ໊າ ແລະຄະນະປະຕິບັດງານພິເສດແຂວງຫົວພັນ ໄດ້ດໍາເນີນການພົບປະເຈລະຈາ, ລົງນາມໃນວຽກງານສົມທົບກັນປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ, ລະດູແລ້ງປີ 2025-2026.
ສະຫາຍ ເດົ່າແທັງຕຸ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງແທັງຮວ໊າ, ຫົວໜ້າຄະນະຊີ້ນໍາ 515 ແຂວງແທັງຮວ໊າ ແລະສະຫາຍພັນເອກ ພັນສີ ສອນມີໄຊ, ອະດີດຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫົວພັນ, ຫົວໜ້າຄະນະປະຕິບັດງານພິເສດແຂວງຫົວພັນ ເປັນປະທານຮ່ວມການພົບປະເຈລະຈາ.
    |
 |
ຜູ້ຕາງໜ້າການນຳສອງແຂວງແທັງຮວ໊າ-ຫົວພັນ ລົງນາມໃນວຽກງານສົມທົບກັນປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ແຄ໊ງຈິ່ງ-ແທັງຫ໊າຍ |
ສຳລັບທິດທາງສົມທົບກັນໃນລະດູແລ້ງປີ 2025-2026, ຄະນະຊີ້ນໍາ 515 ແຂວງແທັງຮວ໊າ ແລະຄະນະປະຕິບັດງານພິເສດແຂວງຫົວພັນໄດ້ເຫັນດີສືບຕໍ່ສົມທົບກັນ, ຊີ້ນຳວຽກງານສຳຫຼວດ, ຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນປະເທດເຖິງເມື່ອສະຫຼຸບວ່າບໍລິເວນບໍ່ມີຂໍ້ມູນກ່ຽວກັບບ່ອນປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ; ຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນທຸກຊັ້ນວັນນະສະໜອງຂໍ້ມູນຂ່າວສານ, ເຂົ້າຮ່ວມການສຳຫຼວດ, ນຳພາ, ກຳນົດສະຖານທີ່ຝັງສົບໃຫ້ກອງທ້ອນໂຮມອັດຖິໃນລະດູແລ້ງປີ 2025-2026.
ແລກປ່ຽນ, ຖອດຖອນບົດຮຽນ, ເພີ່ມທະວີການສົມທົບກັນກວດກາ, ຕີລາຄາໝາກຜົນ, ຍ້ອງຍໍຊົມເຊີຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນຂອງແຕ່ລະຝ່າຍທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ເປັນປະຈໍາ; ຕັ້ງໜ້າເປັນເສນາທິການ, ສະເໜີເນື້ອໃນ, ມາດຕະການຍູ້ແຮງວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ...
ໂອກາດນີ້, ແຂວງຫົວພັນ ໄດ້ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະ ແລະສ່ວນບຸກຄົນ; ກອງບັນຊາການທະຫານແຂວງຫົວພັນ ໄດ້ມອບໃບຍ້ອງຍໍໃຫ້ແກ່ 9 ສ່ວນບຸກຄົນຂອງກອງບັນຊາການທະຫານແຂວງແທັງຮວ໊າ ຍ້ອນມີຜົນງານດີເດັ່ນໃນການປະຕິບັດໜ້າທີ່.
ໂດຍ: ເຈິ່ນຮວ່ຽນ