ຍີ່ປຸ່ນ ເປັນຄູ່ຮ່ວມມືຍຸດທະສາດແຖວໜ້າຂອງຫວຽດນາມ
ກປ.ອອນໄລ - ວັນທີ 10 ມີນາ, ທີ່ສໍານັກງານສູນກາງພັກ, ທ່ານ ເລມິງຮືງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານກຸ່ມສະມາຊິກລັດຖະສະພາ ມິດຕະພາບຫວຽດນາມ-ຍີ່ປຸ່ນ ໄດ້ໃຫ້ການຕ້ອນຮັບທ່ານ Takebe Tsutomu ທີ່ປຶກສາພິເສດຂອງພັນທະມິດສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ເລມິງຮືງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງວ່ອງໄວ, ແທດຈິງ ແລະຮອບດ້ານຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຍີ່ປຸ່ນ, ພ້ອມທັງຕີລາຄາສູງ ແລະຂອບໃຈຕໍ່ອາລົມຈິດ, ຄວາມສຸດຈິດສຸດໃຈຂອງທ່ານ Takebe ໃນການຊຸກຍູ້ການພົວພັນຮ່ວມມືມິດຕະພາບຫວຽດນາມ-ຍີ່ປຸ່ນ ໃນຫຼາຍປີຜ່ານມາ, ເປັນຕົ້ນແມ່ນໃນຂົງເຂດພົບປະແລກປ່ຽນວັດທະນະທຳ, ພົບປະແລກປ່ຽນປະຊາຊົນ, ການຮ່ວມມືທ້ອງຖິ່ນ, ການບຳລຸງສ້າງຊັບພະຍາກອນມະນຸດ...
    |
 |
|
ທ່ານ ເລມິງຮືງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕ້ອນຮັບທ່ານ Takebe Tsutomu ທີ່ປຶກສາພິເສດຂອງພັນທະມິດສະມາຊິກ ລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ເລມິງຮືງ ຢືນຢັນວ່າ ການນຳຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນບົດບາດຂອງຍີ່ປຸ່ນ, ຖື ຍີ່ປຸ່ນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດແຖວໜ້າ; ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກຖອດຖອນບົດຮຽນ ແລະຮ່ວມມືກັບຍີ່ປຸ່ນ ໃນການບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ກໍຄືຊຸກຍູ້ການຮ່ວມມືໃນຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ, ການແຮງງານ ແລະທ້ອງຖິ່ນ, ບົນພື້ນຖານຮັບປະກັນຜົນປະໂຫຍດຂອງສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາໃນພາກພື້ນ ແລະໃນໂລກ.
    |
 |
|
ທ່ານ Takebe Tsutomu ທີ່ປຶກສາພິເສດຂອງພັນທະມິດສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ ທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ Takebe Tsutomu ໄດ້ແບ່ງປັນວິໄສທັດກ່ຽວກັບເລື່ອງ ຍີ່ປຸ່ນ ຮ່ວມເດີນທາງພ້ອມກັບຫວຽດນາມ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ເໝາະສົມ ເພື່ອປະຕິບັດການຫັນເປັນອຸດສາຫະກຳ, ທັນສະໄໝ ແລະເປົ້າໝາຍພັດທະນາໃນໄລຍະຈະມາເຖິງ; ຢັ້ງຢືນຈະສືບຕໍ່ມານະພະຍາຍາມປະກອບສ່ວນໃຫ້ຫຼາຍກວ່າອີກເຂົ້າໃນການພັດທະນາຂອງການພົວພັນສອງຝ່າຍ.
ຢືນຢັນວ່າ ການນຳຫວຽດນາມ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຕໍ່ກັບໂຄງການມະຫາວິທະຍາໄລຫວຽດນາມ-ຍີ່ປຸ່ນ, ທ່ານ ເລມິງຮືງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການເລີ່ມລົງມືກໍ່ສ້າງໂຄງການໃນປີ 2026 ຕາມຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງປະເທດ, ນໍາມະຫາວິທະຍາໄລຫວຽດນາມ-ຍີ່ປຸ່ນ ໃຫ້ກາຍເປັນມະຫາວິທະຍາໄລທີ່ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ໂດຍ: ທູຈາງ