ມອບ-ຮັບອັດຖິທະຫານອາສາສະໝັກຫວຽດນາມ ຈໍານວນ 4 ອັດຖິ ກັບຄືນປະເທດ
ກປ.ອອນໄລ - ໃນລະດູແລ້ງ 2024-2025, ກອງທ້ອນໂຮມອັດຖິແຂວງຮ່າຕິ້ງ ຂຸດຄົ້ນໄດ້ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ຈໍານວນ 4 ອັດຖິ.
ຕອນບ່າຍວັນທີ 25 ພຶດສະພາ, ຢູ່ທີ່ດ່ານສາກົນເກົ່າແຈວ (ເມືອງເຮືອງເຊີນ), ແຂວງຮ່າຕິ້ງ ໄດ້ຈັດພິທີມອບ-ຮັບອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ຈໍານວນ 4 ອັດຖິ ກັບຄືນປະເທດຢ່າງສົມກຽດ.
    |
 |
ພິທີມອບ-ຮັບອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ຈັດຂຶ້ນຢ່າງສົມກຽດຢູ່ດ່ານສາກົນ ເກົ່າແຈວ. ພາບ: baohatinh.vn |
ໃນລະດູແລ້ງ 2024-2025, ກອງທ້ອນໂຮມອັດຖິແຂວງຮ່າຕິ້ງ ຂຸດຄົ້ນໄດ້ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ຈໍານວນ 4 ອັດຖິ, ໃນນັ້ນ 3 ອັດຖິ ຂຸດຄົ້ນໄດ້ຢູ່ແຂວງບໍລິຄຳໄຊ ແລະ 1 ອັດຖິ ຂຸດຄົ້ນໄດ້ຢູ່ນະຄອນຫຼວງວຽງຈັນ.
    |
 |
ພິທີມອບ-ຮັບອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ຈັດຂຶ້ນຢ່າງສົມກຽດ. ພາບ: baohatinh.vn |
ໂດຍລະອຽດ, 1 ອັດຖິຂຸດຄົ້ນໄດ້ໃນເດືອນເມສາ 2025, ທີ່ບ້ານນາໂງມເກົ່າ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ; 2 ອັດຖິ ຂຸດຄົ້ນໄດ້ໃນເດືອນທັນວາ 2024 ທີ່ບ້ານນ້ຳຢາງ ແລະ 1 ອັດຖິ ຂຸດຄົ້ນໄດ້ໃນເດືອນມີນາ 2025 ທີ່ບ້ານວັງຫີນ, ເມືອງວຽງທອງ, ແຂວງບໍລິຄຳໄຊ.
    |
 |
ຜູ້ແທນເຂົ້າຮ່ວມພິທີ. ພາບ: baohatinh.vn |
ທີ່ພິທີມອບ-ຮັບອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ, ບັນດາຜູ້ແທນໄດ້ຖະຫວາຍທູບທຽນ, ດອກໄມ້, ສະແດງຄວາມເຄົາລົບນັບຖືຕໍ່ການເສຍສະຫຼະຊີວິດຢ່າງພິລະອາດຫານ ເພື່ອຈິດໃຈສາກົນອັນສູງສົ່ງຂອງບັນດາຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ ບົນດິນແດນປະເທດລາວ.
    |
 |
ປະຊາຊົນທຸກຊັ້ນວັນນະ ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: baohatinh.vn |
ພາຍຫຼັງພິທີມອບ-ຮັບ, ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໄດ້ເຄື່ອນຍ້າຍໄປວາງໄວ້ຊົ່ວຄາວຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເນີ່ມ ເມືອງເຮືອງເຊີນ. ຕາມແຜນການ, ຕອນເຊົ້າວັນທີ 26 ພຶດສະພາ, ແຂວງຮ່າຕິ້ງ ຈະຈັດພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ຈໍານວນ 4 ອັດຖິ ທີ່ທ້ອນໂຮມໃນລະດູແລ້ງ 2024-2025.
ໂດຍ: ໄຊຊະນະ