ພິທີໄວ້ອາໄລ ແລະປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ເສຍສະຫຼະຊີວິດຢູ່ລາວ ຈຳນວນ 76 ອັດຖິ
ກປ.ອອນໄລ - ຕອນເຊົ້າວັນທີ 20 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງ ງີລົກ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດ, ກໍາລັງປະກອບອາວຸດ ແລະປະຊາຊົນແຂວງເງະອານ ໄດ້ຈັດພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ຈຳນວນ 76 ອັດຖິ ເຊິ່ງໄດ້ຊອກຫາ, ທ້ອນໂຮມໃນລະດູແລ້ງ 2024-2025.
ເຂົ້າຮ່ວມພິທີມີບັນດາສະຫາຍ: ພົນຈັດຕະວາ ດວ່ານຊວນເບື່ອງ ຫົວໜ້າການເມືອງທະຫານເຂດ 4, ຫົວໜ້າຄະນະຊີ້ນຳ 515 ທະຫານເຂດ 4; ພັນເອກພິເສດ ເຈີ່ນກວາງແທັງ, ຮອງຫົວໜ້າກົມນະໂຍບາຍ-ສັງຄົມ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າຫ້ອງວ່າການຄະນະຊີ້ນໍາ 515; ຫງວຽນດຶກຈູງ, ເລຂາພັກແຂວງເງະອານ.
    |
 |
ຄະນະຜູ້ແທນທະຫານເຂດ 4 ຖະຫວາຍດອກໄມ້, ທູບທຽນອາໄລຫານັກວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn |
ໃນບັນຍາກາດທີ່ເຄັ່ງຂຶມ ແລະຕື້ນຕັນໃຈ, ບັນດາຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື ແລະຄວາມຮູ້ບຸນຄຸນຕໍ່ການອຸທິດສ່ວນອັນໃຫຍ່ຫຼວງຂອງບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ແລະພັນທະສາກົນອັນສູງສົ່ງ. ຈຳນວນ 76 ອັດຖິໄດ້ຮັບການທ້ອນໂຮມໃນຄັ້ງນີ້ ໂດຍກອງທ້ອນໂຮມ ຂຶ້ນກັບກອງບັນຊາການທະຫານແຂວງເງະອານ ດຳເນີນການຊອກຫາ, ທ້ອນໂຮມໃນລະດູແລ້ງ 2024-2025 ຢູ່ 3 ແຂວງ, ຄື: ຊຽງຂວາງ, ວຽງຈັນ ແລະໄຊສົມບູນ ຂອງປະເທດລາວ.
ກ່າວຄຳເຫັນທີ່ພິທີໄວ້ອາໄລ, ສະຫາຍ ຟຸ່ງແທັ່ງວິງ, ຮອງປະທານຄະນະກຳມະການປະຊາຊົນແຂວງເງະອານ ຢືນຢັນວ່າ: ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນໜ້າທີ່ການເມືອງອັນສັກກະລະບູຊາ, ສະແດງໃຫ້ເຫັນອາລົມຈິດ ແລະຄວາມຮັບຜິດຊອບຂອງພັກ, ລັດ, ກອງທັບ ແລະປະຊາຊົນທີ່ມີຕໍ່ບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດ.
ທີ່ພິທີ, ບັນດາຜູ້ແທນໄດ້ຖະຫວາຍທູບທຽນ, ວາງພວງມາລາທີ່ລະນຶກ ແລະຈັດສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄປຍັງສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງ ງີລົກ, ແຂວງເງະອານ.
ໂດຍ: ທູຈາງ