ຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືໃນການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີສິດເພື່ອຊາດ
ກປ.ອອນໄລ - ວັນທີ 18 ພຶດສະພາ, ຄະນະປະຕິບັດງານຄະນະຊີ້ນໍາ 515 ນະຄອນເຫວ້ ນໍາໂດຍທ່ານພັນເອກພິເສດ ຮວ່າງວັນເຍິນ, ຫົວໜ້າການເມືອງກອງບັນຊາການທະຫານ, ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນໍາ 515 ນະຄອນເຫວ້ ໄດ້ພົບປະເຈລະຈາກັບຄະນະປະຕິບັດງານພິເສດແຂວງເຊກອງ ກ່ຽວກັບການສົມທົບກັນຊອກຫາ, ຂຸດເອົາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ.
ທີ່ການພົບປະເຈລະຈາ, ສອງຝ່າຍຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານສົມທົບ, ຊີ້ນໍາການຜັນຂະຫຍາຍປະຕິບັດໜ້າທີ່ຊອກຫາ, ຂຸດເອົາອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ໃນລະດູແລ້ງ 2024-2025 ໃນບໍລິເວນແຂວງເຊກອງ.
    |
 |
ທ່ານພັນເອກພິເສດ ຮວ່າງວັນເຍິນ ມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງເຊກອງ. ພາບ: ຮວ່າງຢາງ |
ຕາມນັ້ນແລ້ວ, ເຖິງວ່າວຽກງານຊອກຫາປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານຍ້ອນຂໍ້ມູນຂ່າວສານກ່ຽວກັບຂຸມຝັງສົບຫຼຸດລົງ ແລະພູມສັນຖານຊອກຫານັບມື້ນັບທຸລະກັນດານກໍ່ຕາມ, ແຕ່ຄະນະຊີ້ນໍາ 515 ນະຄອນເຫວ້ ພ້ອມດ້ວຍຄະນະປະຕິບັດງານພິເສດແຂວງເຊກອງ ໄດ້ຊີ້ນຳນໍາພາຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນສະໜອງຂໍ້ມູນຂ່າວສານ, ພ້ອມທັງລະດົມກຳລັງ, ພາຫະນະຊ່ວຍກອງທ້ອນໂຮມ 192 ກອງບັນຊາການທະຫານນະຄອນເຫວ້ ປະຕິບັດໜ້າທີ່ຊອກຫາ, ຂຸດເອົາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີສິດເພື່ອຊາດຢ່າງມີປະສິດທິຜົນ.
ທີ່ການພົບປະເຈລະຈາ, ການນຳ 2 ກົມກອງໄດ້ເຫັນດີສືບຕໍ່ຊີ້ນຳບັນດາທ້ອງຖິ່ນ, ກົມກອງ, ປະຊາຊົນ, ພະນັກງານ, ນັກຮົບບັນດາກຳລັງປະກອບອາວຸດ ແລະວິສາຫະກິດໃນບໍລິເວນແຂວງເຊກອງ ໜູນຊ່ວຍ, ຊ່ວຍເຫຼືອກອງທ້ອນໂຮມ 192 ປະຕິບັດໜ້າທີ່ໃນລະດູແລ້ງ 2025-2026 ເປັນຢ່າງດີ.
ໂດຍ: ເຈິ່ນຮວ່ຽນ