ສະຫາຍ ຫງວຽນຈີ໋ຕ່າຍ, ຮອງປະທານຄະນະກໍາມະການປະຊາຊົນນະຄອນເຫ້ວ, ຫົວໜ້າຄະນະຊີ້ນໍາ 515 ນະຄອນເຫ້ວ ແລະສະຫາຍ ສີເຮັ່ງ ຫອມສົມບັດ, ຮອງເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງສາລະວັນ, ຫົວໜ້າຄະນະປະຕິບັດງານພິເສດແຂວງສາລະວັນ ເປັນປະທານຮ່ວມກອງປະຊຸມ.

ທີ່ກອງປະຊຸມເຈລະຈາ, ສອງຝ່າຍໄດ້ຕີລາຄາຄວາມສະດວກ,  ຄວາມຫຍຸ້ງຍາກ ແລະໝາກຜົນຂອງການຊອກຫາ, ຂຸດເອົາ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ສະຫຼະຊີວິດຢູ່ລາວ ໃນຊຸມປີມໍ່ໆມານີ້; ພ້ອມທັງແລກປ່ຽນສະພາບການກ່ຽວກັບການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເຫັນດີເປັນເອກະພາບບາງເນື້ອໃນການປະສານສົມທົບໃນໄລຍະຈະມາເຖິງ.

leftcenterrightdel
ສະຫາຍ ຫງວຽນຈີ໋ຕ່າຍ ແລະສະຫາຍ ສີເຮັ່ງ ຫອມສົມບັດ ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການສົມທົບກັນຊອຫກາ, ຂຸດເອົາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ສະຫາຍ ຫງວຽນຈີ໋ຕ່າຍ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ ແລະມີປະສິດທິຜົນຂອງຄະນະປະຕິບັດງານພິເສດແຂວງສາລະວັນ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະປະຊາຊົນລາວບັນດາເຜົ່າ ທີ່ໄດ້ສະໜອງຂໍ້ມູນຂ່າວສານ, ໜູນຊ່ວຍ ແລະຊ່ວຍເຫຼືອກອງທ້ອນໂຮມ 192 ຂອງກອງບັນຊາການທະຫານນະຄອນເຫ້ວ ໃນການຊອກຫາ, ຂຸດເອົາ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ; ໃນນັ້ນມີຫຼາຍອັດຖິກໍານົດໄດ້ຊື່ ແລະນາມສະກຸນ, ບ້ານເກີດ; ໃນລະດູແລ້ງປີ 2024-2025 ໄດ້ພົບເຫັນ, ຂຸດເອົາ, ທ້ອນໂຮມໄດ້ 10 ອັດຖິ.

leftcenterrightdel
ການນໍາຄະນະກໍາມະການປະຊາຊົນນະຄອນເຫ້ວ ມອບຂອງຂວັນໃຫ້ຄະນະປະຕິບັດງານພິເສດແຂວງສາລະວັນ. ພາບ: qdnd.vn
leftcenterrightdel
ກອງບັນຊາການທະການນະຄອນເຫ້ວ ມອບຂອງຂວັນໃຫ້ແກ່ກອງບັນຊາການທະຫານແຂວງສາລະວັນ. ພາບ: qdnd.vn

ເພື່ອໃຫ້ວຽກງານຊອກຫາ, ຂຸດເອົາ, ທ້ອນໂຮມອັດຖິນັກຮົບເສຍຊີວິດໃນລະດູແລ້ງປີ 2025-2026 ແລະຊຸມປີຕໍ່ໄປປະສົບຜົນສຳເລັດເປັນຢ່າງດີ, ສະຫາຍ ຫງວຽນຈີ໋ຕ່າຍ ປາດຖະໜາຢາກຄະນະປະຕິບັດງານພິເສດແຂວງສາລະວັນ ສືບຕໍ່ເອົາໃຈໃສ່ຊີ້ນຳບັນດາອົງການ, ທ້ອງຖິ່ນ ແລະ ປະຊາຊົນສະໜອງຂໍ້ມູນຂ່າວສານກ່ຽວກັບຂຸມຝັງສົບ, ໜູນຊ່ວຍກອງທ້ອນໂຮມ 192 ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ເນື່ອງໃນໂອກາດນີ້, ການນຳຄະນະກໍາມະການປະຊາຊົນນະຄອນເຫ້ວ ໄດ້ມອບເງິນຈຳນວນ 30 ລ້ານດົ່ງ, ພ້ອມດ້ວຍຂອງຂວັນຫຼາຍພູດ ໃຫ້ແກ່ຄະນະປະຕິບັດງານພິເສດແຂວງສາລະວັນ; ກອງບັນຊາການທະຫານນະຄອນເຫ້ວ ມອບຄອມພິວເຕີ 2 ຊຸດ ໃຫ້ແກ່ກອງບັນຊາການທະຫານແຂວງສາລະວັນ.

ໂດຍ: ທູຈາງ