ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີອາຊຽນ ເສີມຂະຫຍາຍ 3 ກົກເຄົ້າແຫຼ່ງກຳລັງແຮງຍຸດທະສາດຢ່າງແຮງ
ວັນທີ 26 ຕຸລາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບການນຳບັນດາປະເທດອາຊຽນເຂົ້າຮ່ວມວາລະປະຊຸມຄົບຄະນະ ແລະວາລະປະຊຸມວົງແຄບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ພາຍໃຕ້ການເປັນປະທານຂອງທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງອາຊຽນ, ພ້ອມທັງສະເໜີໃຫ້ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ. ທີໜຶ່ງ, ອາຊຽນ ຕ້ອງປັບປຸງຍຸດທະສາດຄວາມສາມັກຄີ ແລະ ເປັນເອກະພາບ, ຜ່ານນັ້ນຍົກສູງກຳລັງແຮງສັງລວມ ແລະ ຜັນຂະຫຍາຍບັນດາຍຸດທະສາດ, ແຜນການກະທຳຂອງສະມາຄົມຢ່າງຄົບຊຸດ, ມີປະສິດທິຜົນ. ທີສອງ, ອາຊຽນ ຕ້ອງເສີມຂະຫຍາຍພະລັງຊີວິດທີ່ຂະຫຍັນຂັນເຄື່ອນ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງການເຊື່ອມຕໍ່ພາຍໃນກຸ່ມບົນພື້ນຖານເປັນເຈົ້າການພັດທະນາ ປະຕິບັດບັນດາແຜນການຮ່ວມມືຢ່າງຮີບດ່ວນ ສົມທົບກັບການສຳຫຼວດກວດຄືນ, ປັບປຸງຢ່າງເປັນປະຈຳເພື່ອຮັບປະກັນບັນດາກົນໄກເຄື່ອນໄຫວຢ່າງລຸລ່ວງ, ຍົກສູງອັດຕາສ່ວນການຄ້າ, ການລົງທຶນພາຍໃນກຸ່ມໄປຄຽງຄູ່ກັບການເປີດກວ້າງບັນດາຂອບເຂດການຮ່ວມມືໃນພາກພື້ນ, ລະຫວ່າງພາກພື້ນ. ທີສາມ, ອາຊຽນ ຕ້ອງມານະພະຍາຍາມສ້າງກຳລັງແຮງທາງດ້ານນະວັດຕະກຳ, ຜ່ານການປະຕິບັດສຳເລັດກອບຮ່ວມມືໃໝ່ໂດຍດ່ວນຄື: ສັນຍາແມ່ກ່ຽວກັບເສດຖະກິດດີຈີຕອນອາຊຽນ ແລະ ແຜນການສັງລວມດີຈີຕອນອາຊຽນ, ຊຸກຍູ້ການຮ່ວມມືໃນການພັດທະນາພື້ນຖານໂຄງລ່າງຖານຂໍ້ມູນ ແລະການຄຸ້ມຄອງຖານຂໍ້ມູນຂ້າມຊາຍແດນ, ສົ່ງເສີມຈິດໃຈສະຕາດອັບ ແລະ ນະວັດຕະກໍາ, ຄົ້ນຄວ້າສ້າງເຄືອຂ່າຍສູນປ່ຽນແປງໃໝ່ປະດິດຄິດສ້າງອາຊຽນ.
    |
 |
|
ການນໍາບັນດາປະເທດອາຊຽນ ເນັ້ນໜັກເຖິງຄວາມສຳຄັນ ແລະຄວາມຕັດສິນໃຈປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນການຍຸດທະສາດທີ່ໄດ້ຮັບຮອງເອົາຢ່າງມີປະສິດທິຜົນ. ພາບ: chinhphu.vn |
ໃນສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ສະເໜີອາຊຽນ ສືບຕໍ່ມານະພະຍາຍາມປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ຖືນີ້ແມ່ນບຸລິມະສິດແຖວໜ້າ. ຕາມນັ້ນແລ້ວ, ອາຊຽນ ຄວນມານະພະຍາຍາມກວ່າອີກເພື່ອຮັກສາຄວາມສາມັກຄີ, ຄວາມເປັນເອກະພາບ ແລະຢຶດໝັ້ນດ້ານຫຼັກການ ແລະຫຼັກໝັ້ນ ແລະ ສະເໝີຕົ້ນສະເໝີປາຍໃນບັນຫາທະເລຕາເວັນອອກ, ເຊີດຊູການປະຕິບັດຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).
ໂດຍ: ກວຽດເຕິມ