ຫວຽດນາມ ຈະເສີມຂະຫຍາຍບົດບາດປະກອບສ່ວນເຂົ້າໃນການສ້າງໂຄງປະກອບການພົວພັນສາກົນແບບໃໝ່
ກປ.ອອນໄລ - ຕອນບ່າຍວັນທີ 25 ຕຸລາ, ທີ່ສູນປະຊຸມແຫ່ງຊາດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມພິທີເປີດການລົງນາມສົນທິສັນຍາ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ.
ທີ່ການພົບປະ, ທ່ານ ຟ້າມມິງຈິງ ຢືນຢັນວ່າ ການສະໜັບສະໜູນ ແລະຮ່ວມມືກັບສະຫະປະຊາຊາດ ແມ່ນ “ມູນເຊື້ອ” ຂອງຫວຽດນາມ; ເນັ້ນໜັກວ່າ ໃນໄລຍະທີ່ຈະມາເຖິງ, ຫວຽດນາມ ຈະເພີ່ມທະວີການປະກອບສ່ວນເຂົ້າໃນກິດຈະກຳຕ່າງໆຂອງສະຫະປະຊາຊາດ ຕື່ມອີກ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນລັດທິຫຼາຍຝ່າຍ ໂດຍ ສປຊ ຮັກສາບົດບາດໃຈກາງ, ຊຸກຍູ້ການປະຕິບັດຕາມກົດບັດສະຫະປະຊາຊາດ, ກົດໝາຍສາກົນ ແລະການຈັດຕັ້ງພິທີເປີດການລົງນາມສົນທິສັນຍາວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ ເປັນຫຼັກຖານສະແດງໃຫ້ເຫັນຄຳໝັ້ນສັນຍາທີ່ເຂັ້ມແຂງນີ້.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres. ພາບ: ເຍີດບັກ |
ເນັ້ນໜັກເຖິງທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຖືເອົາປະຊາຊົນເປັນເຈົ້າກໍາ, ເປົ້າໝາຍ ແລະກຳລັງໜູນຂອງການພັດທະນາ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ການພັດທະນາເສດຖະກິດຢູ່ຫວຽດນາມ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນສະຫວັດດີການສັງຄົມ, ຄວາມໝັ້ນຄົງ ແລະປອດໄພໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນກຸ່ມຄົນທີ່ມີຄວາມສ່ຽງສູງ. ທ່ານ ຟ້າມມິງຈິງ ສະເໜີໃຫ້ ສປຊ ແລະຫວຽດນາມ ເພີ່ມທະວີການຮ່ວມມືກ່ຽວກັບບັນດາບຸລິມະສິດ, ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການຫັນປ່ຽນດ້ານພະລັງງານ; ສະເໜີໃຫ້ສະຫະປະຊາຊາດ ສືບຕໍ່ລະດົມທຶນ ODA ຢ່າງມີປະສິດທິຜົນ ແລະເພີ່ມແຫຼ່ງກໍາລັງດ້ານຊັບພະຍາກອນໃຫ້ຫວຽດນາມ ເພື່ອຍູ້ໄວ ການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs); ເສີມຂະຫຍາຍບົດບາດໃຈກາງຂອງອົງການສະຫະປະຊາຊາດ ແລະກົດໝາຍສາກົນ, ເພີ່ມທະວີຄວາມສາມັກຄີສາກົນເພື່ອແກ້ໄຂບັນຫາສິ່ງທ້າທາຍໃນທົ່ວໂລກ ກໍ່ຄືການປະທະກັນໃນພາກພື້ນ.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: ເຍີດບັກ |
ທ່ານເລຂາທິການໃຫຍ່ Antonio Guterres ຢືນຢັນວ່າ ສປຊ ຈະສືບຕໍ່ຮ່ວມເດີນທາງກັບຫວຽດນາມ ໃນໄລຍະພັດທະນາໃໝ່, ໂດຍສະເພາະແມ່ນການສະໜັບສະໜູນການປະຕິບັດຄຳໝັ້ນສັນຍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, SDGs ແລະການປະຕິຮູບດ້ານການເງິນທົ່ວໂລກ. ທ່ານເລຂາທິການໃຫຍ່ ສປຊ ຢືນຢັນວ່າ ທ່ານ ລໍຄອຍ ແລະເຊື່ອໝັ້ນວ່າ ຫວຽດນາມ ຈະເສີມຂະຫຍາຍບົດບາດ, ທີ່ຕ້ັງ ແລະອິດທິພົນຊື່ສຽງຂອງຕົນ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງໂຄງປະກອບການພົວພັນສາກົນແບບໃໝ່. ໃນນ້ັນ, ທ່ານ ເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ຫວຽດນາມ ສະໜັບສະໜູນຢ່າງຕັ້ງໜ້າຕໍ່ຂໍ້ລິເລີ່ມ ແລະບຸລິມະສິດຂອງສະຫະປະຊາຊາດ ເພື່ອຊຸກຍູ້ກໍາລັງໜູນຜັນຂະຫຍາຍ SDGs ແລະການປະຕິຮູບໂຄງສ້າງການເງິນສາກົນ; ແລະຫວັງວ່າຫວຽດນາມ ຈະມີຄຳໝັ້ນສັນຍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ເຂັ້ມແຂງກວ່າເກົ່າ ພ້ອມທັງເຂົ້າຮ່ວມໃນຄວາມພະຍາຍາມຂອງສະຫະປະຊາຊາດກ່ຽວກັບການທູດສະກັດກັ້ນ, ການໄກ່ເກ່ຍ ແລະສະກັດກັ້ນການປະທະກັນ.
ໂດຍ: ໄຊນີດາ