ພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 26 ອັດຖິທີ່ເສຍສະຫຼະຊີວິດຢູ່ ລາວ ແລະກໍາປູເຈຍ
ກປ.ອອນໄລ - ວັນທີ 16 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເມືອງງອັກໂຮ່ຍ, ຄະນະກໍາມະການປະຊາຊົນແຂວງກອນຕູມ ໄດ້ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 26 ອັດຖິ ທີ່ເສຍສະຫຼະຊີວິດຢູ່ລາວ ແລະກໍາປູເຈຍ, ໄດ້ທ້ອນໂຮມໃນລະດູແລ້ງປີ 2024-2025.
    |
 |
ບັນຍາກາດທີ່ພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ຈູງກຽນ |
ເຂົ້າຮ່ວມພິທີມີຜູ້ຕາງໜ້າທະຫານເຂດ 5, ບັນດາແຂວງອັດຕະປື, ເຊກອງ, ຈໍາປາສັກ (ລາວ) ແລະແຂວງ Ratanakiri (ກໍາປູເຈຍ).
ໃນຈຳນວນ 26 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ໄດ້ນັກຮົບກອງ K53 (ກອງບັນຊາການທະຫານແຂວງກອນຕູມ) ສົມທົບກັບອຳນາດການປົກຄອງແຂວງອັດຕະປື, ເຊກອງ, ຈໍາປາສັກ (ລາວ) ແລະແຂວງ Ratanakiri (ກໍາປູເຈຍ) ທ້ອນໂຮມໄດ້ຈຳນວນ 16 ອັດຖິ ທີ່ເສຍສະຫຼະຊີວິດຢູ່ ລາວ ແລະຈຳນວນ 10 ອັດຖິ ທີ່ເສຍສະຫຼະຊີວິດຢູ່ ກໍາປູເຈຍ. ໃນນັ້ນ, ມີອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ກໍານົດໄດ້ຊື່ ແລະນາມສະກຸນ ນັ້ນແມ່ນນັກຮົບເສຍສະຫຼະຊີວິດເພື່ອຊາດ ເລບ໊ານາ (ຮວ່າງຮ໊ວາ, ແທັງຮ໊ວາ).
ໃນຊ່ວງເວລາສະເທືອນໃຈ, ການນຳ, ອຳນາດການປົກຄອງ ແລະປະຊາຊົນແຂວງກອນຕູມ ພ້ອມດ້ວຍຜູ້ຕາງໜ້າທະຫານເຂດ 5, ບັນດາອັດຕະປື, ເຊກອງ, ຈໍາປາສັກ (ລາວ) ແລະແຂວງ Ratanakiri (ກໍາປູເຈຍ) ໄດ້ຖະຫວາຍດອກໄມ້, ຖະຫວາຍທູບທຽນ ແລະປົງອັດຖິນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເມືອງງອັກໂຮ່ຍ.
ໂດຍ: ເຈິ່ນຮວ່ຽນ