ນັບແຕ່ປີ 1984 ມາຮອດປັດຈຸບັນ, ແຂວງເງະອານ ໄດ້ດຳເນີນການຊອກຫາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 13.200 ອັດຖິ, ໃນນັ້ນມີເກືອບ 500 ອັດຖິ ຢູ່ບໍລິເວນແຂວງ ແລະ 12.700 ກວ່າອັດຖິຢູ່ 3 ແຂວງຄື ຊຽງຂວາງ, ວຽງຈັນ ແລະ ໄຊສົມບູນ (ລາວ).

ໃນລະດູແລ້ງປີ 2024-2025, ມາຮອດປະຈຸບັນ, ກອງທ້ອນໂຮມ ຂຶ້ນກັບກອງບັນຊາການທະຫານແຂວງເງະອານ ໄດ້ດໍາເນີນການສຳຫຼວດ, ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຈຳນວນ 73 ອັດຖິທີ່ເສຍສະຫຼະຊີວິດຢູ່ລາວ. ໃນນັ້ນ, ຢູ່ແຂວງຊຽງຂວາງ ທ້ອນໂຮມໄດ້ຈຳນວນ 63 ອັດຖິ, ຢູ່ແຂວງໄຊສົມບູນ ທ້ອນໂຮມໄດ້ຈຳນວນ 8 ອັດຖິ ແລະ ຢູ່ແຂວງວຽງຈັນ ທ້ອນໂຮມໄດ້ຈຳນວນ 2 ອັດຖິ.

leftcenterrightdel
ບັນຍາກາດທີ່ກອງປະຊມ. ພາບ: qdnd.vn

ຄາດວ່າພິທີຈັດສົ່ງ, ໄຫວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ຈະດໍາເນີນໃນວັນທີ 20 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງງີລົກ, ແຂວງເງະອານ, ກອງບັນຊາການທະຫານແຂວງເງະອານ ໄດ້ຊີ້ນຳບັນດາອົງການ, ກົມກອງສົມທົບກັບພະແນກ, ຄະນະ, ຂະແໜງການ, ອໍານາດການປົກຄອງທ້ອງຖິ່ນ ເພື່ອຜັນຂະຫຍາຍວຽກງານກະກຽມ. ໃນນັ້ນ, ໄດ້ເປັນເສນາທິການໃຫ້ຄະນະກໍາມະການປະຊາຊົນແຂວງ ປະກາດໃຊ້ແຜນການຮັບເອົາ, ສົ່ງ ແລະປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ; ຈັດກອງປະຊຸມຕີລາຄາຜົນການປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ 3 ແຂວງ, ຄື: ແຂວງຊຽງຂວາງ, ນະຄອນຫຼວງວຽງຈັນ ແລະ ໄຊສົມບູນ (ລາວ) ໃນລະດູແລ້ງປີ 2024-2025; ຜັນຂະຫຍາຍປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິໃນລະດູແລ້ງປີ 2025-2026...

leftcenterrightdel
ພະນັກງານ, ພາລະກອນກອງທ້ອນໂຮມ ຂຶ້ນກັບກອງບັນຊາການທະຫານແຂວງເງະອານ ດໍາເນີນການທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn

ທີ່ກອງປະຊຸມ, ສະຫາຍ ຟຸ່ງແທັ່ງວິງ ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງເງະອານ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງສືບຕໍ່ປະຕິບັດວຽກງານກະກຽມ, ສົມທົບກັບບັນດາແຂວງຂອງລາວ ເພື່ອປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມການຮັບເອົາ, ມອບ-ຮັບ ແລະພົບປະເຈລະຈາ; ຈັດຕັ້ງພິທີປົງຖືກຕ້ອງຕາມແຜນການ...

ໂດຍ: ທູຈາງ