ຕ້ອນຮັບຄະນະຢູ່ສະໜາມບິນສາກົນ ໂນ້ຍບ່າຍ ມີທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດຫວຽດນາມ; ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ; ທ່ານເອກອັກຄະລັດຖະທູດ Rogelio Polanco Fuentes ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດກູບາ ປະຈຳ ຫວຽດນາມ.

leftcenterrightdel
ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ອົງການປົກຄອງປະຊາຊົນ, ປະທານສະພາແຫ່ງລັດ ສາທາລະນະລັດ ກູບາ. ພາບ: ສໍານັກຂ່າວສານຫວຽດນາມ.

ການຢ້ຽມຢາມຫວຽດນາມ ຂອງທ່ານ Esteban Lazo Hernandez ໄດ້ດຳເນີນໃນປີມິດຕະພາບສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກູບາ ຄົບຮອບ 65 ປີ (1960-2025) ແລະ ນີ້ແມ່ນຄັ້ງທີ 5 ທີ່ທ່ານ Esteban Lazo Hernandez ມີການຢ້ຽມຢາມຫວຽດນາມ ໃນຖານະເປັນປະທານສະພາແຫ່ງຊາດກູບາ. ຕາມທ່ານ ເລກວາງລອງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ສ. ກູບາ ແລ້ວ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນໃນຫຼາຍດ້ານ, ເພາະວ່ານີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງປະຈຳປີລະຫວ່າງສອງສະພາແຫ່ງຊາດເທົ່ານັ້ນ, ຫາກຍັງແມ່ນເຫດການການເມືອງ - ການທູດທີ່ມີຜົນກະທົບຢ່າງໃຫຍ່ຫຼວງ, ປະກອບສ່ວນປັບປຸງ ແລະພັດທະນາສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ກູບາ ໃຫ້ຫຼາຍກວ່າເກົ່າອີກດ້ວຍ.

ແຫຼ່ງຄັດຈາກ: vovworld.vn