ທີ່ການເຮັດວຽກ, ການນຳສອງຝ່າຍ ໄດ້ແລກປ່ຽນ, ແບ່ງປັນບົດຮຽນປະສົບການໃນການຕິດຕາມກວດກາ ແລະຮັບມືກັບພະຍາດຕິດແປດ ແລະສະພາບສຸກເສີນດ້ານການແພດ, ພ້ອມທັງປຶກສາຫາລືກ່ຽວກັບການຄຸ້ມຄອງໂຮງໝໍ ແລະການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການສົ່ງເສີມສຸຂະພາບຂອງປະຊາຊົນ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: baolaocai.vn

ໃນໄລຍະຜ່ານມາ, ສູນການແພດເຂດຊາປາ ໄດ້ເປັນເຈົ້າການສ້າງແຜນການເພື່ອປ້ອງກັນ ແລະຕ້ານໂລກລະບາດ; ໄດ້ເປັນເສນາທິການໃຫ້ຄະນະກຳມະການປະຊາຊົນເທດສະບານຕາແສງ ປະກາດໃຊ້ຂໍ້ຕົກລົງສ້າງຕັ້ງ ຫຼື ຢຸດຊົ່ວຄາວປ້ອມກວດກາການແພດ ແລະສູນການແພດເຄື່ອນທີ່ຕາມແຕ່ລະຂັ້ນ.

ທາງສູນ ໄດ້ຊີ້ນຳການຜັນຂະຫຍາຍ 5 ຫຼັກການຍຸດທະສາດ: “ສະກັດກັ້ນ-ພົບເຫັນ-ແຍກປ່ຽວ-ຄວບຄຸມຈຸດເກີດພະຍາດ-ຍູ້ຖອຍພະຍາດ ແລະປິ່ນປົວ ຢ່າງມີປະສິດທິຜົນ”; ຈັດໜ່ວຍງານເຄືື່ອນທີ່ເພື່ອປ້ອງກັນ ແລະຄວບຄຸມການແຜ່ລະບາດເຂົ້າເຖິງຮາກຖານ, ຈັດຕັ້ງການເກັບຕົວຢ່າງວິເຄາະດ້ວຍຂະໜາດໃຫຍ່, ແຍກປ່ຽວຢ່າງທັນການ, ປິ່ນປົວ, ສະກັດກັ້ນການແຜ່ລະບາດຂອງພະຍາດ.

leftcenterrightdel
ສອງຝ່າຍແລກປ່ຽນກ່ຽວກັບບົດຮຽນໃນການຕິດຕາມກວດກາ, ຮັບມືກັບສະພາບສຸກເສີນດ້ານການແພດ. ພາບ: baolaocai.vn

ສູນ ຍັງຍູ້ແຮງການນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ສ້າງຕັ້ງໜ່ວຍງານໜູນຊ່ວຍດ້ານເຕັກໂນໂລຢີໃນການປ້ອງກັນ ແລະຕ້ານໂລກລະບາດ; ໂຄສະນາ, ຂົນຂວາຍປະຊາຊົນໄປແຈ້ງອາການສຸຂະພາບເອເລັກໂຕນິກ, ສະແກນລະຫັດ QR ເພື່ອຄວບຄຸມການເຂົ້າ-ອອກ... ພ້ອມທັງເພີ່ມທະວີການສະໜອງເອກະສານ ແລະຂ່າວສານດ້ານສຸຂະພາບຢູ່ບັນດາໂຮງຮຽນ, ຕະຫຼາດ, ໂຮງແຮມ, ຮ້ານອາຫານ, ວິສາຫະກິດທ່ອງທ່ຽວ, ສະຖານທີ່ບັນເທີງ...

leftcenterrightdel
ຄະນະປະຕິບັດງານຂອງພະແນກສາທາລະນະສຸກແຂວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າສູນການແພດເຂດ ຊາປາ ຖ່າຍຮູບເປັນທີ່ລະນຶກ. ພາບ: baolaocai.vn

ຜູ້ຕາງໜ້າພະແນກສາທາລະນະສຸກແຂວງວຽງຈັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງພະແນກສາທາລະນະສຸກແຂວງລ່າວກາຍ ແລະສູນການແພດເຂດ ຊາປາ. ພ້ອມທັງຢືນຢັນວ່າ, ນີ້ແມ່ນໂອກາດອັນລ້ຳຄ່າເພື່ອຖອດຖອດ ແລະຮັບເອົາບົດຮຽນ, ປະກອບສ່ວນຍົກສູງຄຸນນະພາບການສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນແຂວງວຽງຈັນ.

ໂດຍ: ທູຈາງ