ຍ້ອນຖືກຜົນກະທົບຫຼັງພາຍຸບົວລອຍ, ຂະແໜງລົດໄຟຫວຽດນາມ ຕ້ອງຢຸດຕິການເຄື່ອນໄຫວຂອງຖ້ຽວລົດໄຟຈຳນວນໜຶ່ງໄວ້ຊົ່ວຄາວ ເພື່ອຮັບປະກັນຄວາມປອດໄພ.

ຕໍ່ໜ້າຜົນເສຍຫາຍຍ້ອນພາຍຸ ບົວລອຍ ກໍ່ຂຶ້ນ, ທ່ານ ຫວໍຈ້ອງຫາຍ ປະທານຄະນະກຳມະການປະຊາຊົນແຂວງຮ່າຕິງ  ສະເໜີໃຫ້ລະດົມກຳລັງຢູ່ກັບທີ່ ຍົກຍ້າຍບັນດາຄອບຄົວຢູ່ໃນເຂດທີ່ມີຄວາມສ່ຽງຖືກດິນເຊາະເຈືອນ ຢ່າງຮີບດ່ວນ.

leftcenterrightdel
ພາຍຸບົວລອຍ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ຢູ່ຫຼາຍແຂວງຂອງຫວຽດນາມ. ພາບ:​ ຈ້ອງຮຸ່ງ

ໃນຂະນະນັ້ນ, ຢູ່ພາກເໜືອ, ຜົນກະທົບພາຍຫຼັງພາຍຸບົວລອຍ ໄດ້ກໍ່ໃຫ້ເກີດຝົນຕົກໜັກຢູ່ຫຼາຍແຂວງ, ນະຄອນ, ເຊັ່ນ: ຮ່າໂນ້ຍ, ຝູທໍ້, ຖາຍງວຽນ, ຕວຽນກວາງ, ລາວກາຍ. ເສັ້ນທາງຫຼາຍສາຍໄປຍັງບັນດາຕາແສງເຂດພູສູງ, ເຂດຫ່າງໄກສອກຫຼີກຂອງຫຼາຍທ້ອງຖິ່ນຖືກຕັດຂາດ, ສະພາບດິນເຊາະເຈື່ອນເກີດຂຶ້ນໃນໄລຍະຝົນຕົກ ແລະ ຫຼັງຝົນຕົກ.

ແຫຼ່ງຄັດຈາກ: vovworld.vn