ທ່ານພັນເອກພິເສດ ຟານຫືວຖັ໊ງ ສະແດງຄວາມສະເທືອນໃຈເມື່ອກັບຄືນປະເທດລາວ ໃນຖານະຕຳແໜ່ງໃໝ່, ປຽບເໝືອນຄືກັບເມືອບ້ານເກີດເມືອງນອນແຫ່ງທີສອງຂອງຕົນ; ຢືນຢັນຄວາມເປັນກຽດເມື່ອຮັບໜ້າທີ່ຢູ່ປະເທດລ້ານຊ້າງ ແລະໃຫ້ຄຳໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ເສີມຂະຫຍາຍໝາກຜົນການຮ່ວມມືທີ່ຄົນລຸ້ນກ່ອນໄດ້ສ້າງຂຶ້ນ.

leftcenterrightdel
ທ່ານພັນເອກພິເສດ ຟານຫືວຖັ໊ງ, ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈຳລາວ ເຂົ້າຢ້ຽມຂໍ່ານັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານພັນເອກພິເສດ ຟານຫືວຖັ໊ງ ເນັ້ນໜັກເຖິງໜ້າທີ່ວຽກງານຈຸດສຸມໃນຕໍ່ໜ້າແມ່ນສືບຕໍ່ປັບປຸງ ແລະເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ ແລະສອງລັດ ເລິກເຊິ່ງກວ່າອີກ, ພິເສດແມ່ນການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງເປັນເສົາຄ້ຳອັນໜັກແໜ້ນໃນການພົວພັນຫວຽດນາມ - ລາວ.

ເນື່ອງໃນໂອກາດນີ້, ທ່ານພັນເອກພິເສດ ຫວໍວັນຖົ໊ງ ໄດ້ເຂົ້າຢ້ຽມອໍາລາທ່ານພົນໂທ ຄຳລຽງ ອຸທະໄກສອນ ເມື່ອສິ້ນສຸດອາຍຸການປະຕິບັດໜ້າທີ່ການທູດຂອງຕົນໃນຖານະເປັນທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາລາວ ເປັນເວລາ 5 ກວ່າປີ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານພັນເອກພິເສດ ຫວໍວັນຖົ໊ງ ສະແດງຄວາມສະເທືອນໃຈກ່ຽວກັບຊ່ວງເວລາສະໜິດຕິດພັນ, ຖືປະເທດລາວແມ່ນບ້ານເກີດເມືອງນອນແຫ່ງທີສອງ, ພ້ອມທັງຢືນຢັນວ່າ, ຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາລາວ ຍາມໃດກໍ່ສົມທົບຢ່າງແໜ້ນແຟ້ນກັບກອງທັບປະຊາຊົນລາວ ເພື່ອເປັນເສນາທິການ, ຊ່ວຍໃຫ້ການນໍາຂອງກະຊວງປ້ອງກັນປະເທດສອງປະເທດ ມີນະໂຍບາຍຊີ້ຂາດຢ່າງມີປະສິດທິຜົນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ເພີ່ມທະວີການຮ່ວມມືລະຫວ່າງສອງກອງທັບ.

ທີ່ການຕ້ອນຮັບ, ທ່ານພົນໂທ ຄຳລຽງ ອຸທະໄກສອນ ໄດ້ຮັບຮູ້ ແລະຕີລາຄາສູງການປະກອບສ່ວນຂອງທ່ານພັນເອກພິເສດ ຟານຫືວຖັ໊ງ ແລະພັນເອກພິເສດ ຫວໍວັນຖົ໊ງ. ທ່ານພົນໂທ ຄຳລຽງ ອຸທະໄກສອນ ຊົມເຊີຍພັນເອກພິເສດ ຟານຫືວຖັ໊ງ ຮັບໜ້າທີ່ໃໝ່ ແລະສະແດງຄວາມເຊື່ອໝັ້ນວ່າ ພັນເອກພິເສດ ຟານຫືວຖັ໊ງ ຈະສືບຕໍ່ເປັນຂົວຕໍ່ລະຫວ່າງສອງກະຊວງປ້ອງກັນປະເທດ, ຊຸກຍູ້ການພົວພັນດ້ານປ້ອງກັນຊາດລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ, ແລກປ່ຽນ, ສົມທົບກັນຢ່າງແໜ້ນແຟ້ນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະຄວາມສາມັກຄີແບບພິເສດລະຫວ່າງສອງກອງທັບ ກໍຄື ສອງຊາດ.

ໂດຍ: ທູຈາງ