ຮັກສາການເວັນຍາມປະຈໍາການຢ່າງເຂັ້ມງວດ, ກໍາແໜ້ນສະພາບດິນຟ້າອາກາດ; ແຈ້ງໃຫ້ກໍາປັ່ນ ແລະເຮືອຢ່າງທັນການ; ກວດກາບັນດາເຂດສຳຄັນທີ່ມີຄວາມສ່ຽງເກີດນໍ້າແກ້ງ, ດິນເຊາະເຈື່ອນ, ນໍ້າຖ້ວມ; ໜູນຊ່ວຍປະຊາຊົນໃນການແກ່ດຶງເຮືອນຊານ ແລະຍົກຍ້າຍອອກຈາກເຂດອັນຕະລາຍ; ກະກຽມກໍາລັງ, ພາຫະນະເພື່ອຮັບມື, ກູ້ຊີບກູ້ໄພ; ຮັບປະກັນຄວາມປອດໄພໃຫ້ກໍາລັງປະຕິບັດໜ້າທີ່; ເຮັດວຽກງານໂຄສະນາເຜີຍແຜ່ກ່ຽວກັບການເຄື່ອນໄຫວຂອງທະຫານຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ແລະຊອກຫາກູ້ໄພໃຫ້ເປັນຢ່າງດີ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານຊາຍແດນທ່າກໍາປັ່ນ ເກື໊ອລໍ່-ເບັ໊ນຖຸຍ ນໍາສົ່ງຜູ້ອາຍຸສູງໄປຮອດບ່ອນປອດໄພ. ພາບ: ເລແທກ
leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນກີ່ງທ້ວນ ພ້ອມກັບກໍາລັງຕ່າງໆ ຖົມກະເປົ໋າຊາຍສະກັດກັ້ນນໍ້າທະເລໄຫຼເຂົ້າເຂດຊຸມຊົນ. ພາບ: ເລແທກ

* ຫ້ອງການຄະນະຊີ້ນໍາປ້ອງກັນພົນລະເຮືອນແຫ່ງຊາດ ໃຫ້ຮູ້ວ່າ, ໄລ່ຮອດຕອນບ່າຍວັນທີ 28 ກັນຍາ, ກໍາລັງທະຫານຊາຍແດນ, ບັນດາແຂວງ, ນະຄອນແຄມທະເລ ແຕ່ແຂວງກວາງນິງ ລົງຮອດແຂວງເລິມດົ່ງ ໄດ້ສົມທົບກັບບັນດາທ້ອງຖິ່ນ, ແນະນໍາບັນດາພາຫະນະ ແລະປະຊາຊົນໃຫ້ຮູ້ເຖິງການຜັນແປ ແລະທິດເດີນຂອງພາຍຸ ລູກທີ 10 ເພື່ອເປັນເຈົ້າການໃນການເຄື່ອນຍ້າຍ ແລະອອກຈາກເຂດອັນຕະລາຍ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ເກື໊ອຊອດ ສົມທົບກັບກໍາລັງຕ່າງໆຊ່ວຍປະຊາຊົນຍົກຍ້າຍຫຼີກລ້ຽງພາຍຸ ລູກທີ 10. ພາບໂດຍກົມກອງສະໜອງ
leftcenterrightdel
ຄ້າຍທະຫານຊາຍແດນ ແລກແກ່ນ ສົມທົບກັບກໍາລັງຕ່າງໆເສີມສ້າງຄັນຄູ ໂຮ້ຍຖົ໊ງ (ຕາແສງດານຫາຍ, ແຂວງຮ່າຕິ໊ງ). ພາບໂດຍກົມກອງສະໜອງ

* ວັນທີ 28 ກັນຍາ, ບັນດາກົມກອງແຄມທະເລ ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຜັນຂະຫຍາຍມາດຕະການຮັບມືກັບພາຍຸລູກທີ 10. ຄ້າຍທະຫານຊາຍແດນກີ່ງເຟືອງ ຮຽກຮ້ອງ ແລະໜູນຊ່ວຍຊາວປະມົງ ນຳເຮືອໄປຮອດບ່ອນປອດໄພ. ຄ້າຍທະຫານຊາຍແດນກີ່ງທ້ວນ ໄດ້ລະດົມພະນັກງານ, ນັກຮົບສົມທົບກັບປະຊາຊົນຖົມກະເປົ໋າຊາຍກັນຄື້ນຟອງ; ຊ່ວຍໃຫ້ບັນດາຄອບຄົວຜູກມັດຊັບສິນ ແລະຍົກຍ້າຍໄປຮອດບ່ອນປອດໄພ. ຄ້າຍທະຫານຊາຍແດນດ່ານຊາຍແດນ ທ່າກໍາປັ່ນເກື໊ອລໍ່-ເບັນຖຸຍ ສຸມໃສ່ໂຄສະນາ ແລະປຸກລະດົມບັນດາຄອບຄົວລ້ຽງປູກສິນໃນນໍ້າປະຕິບັດມາດຕະການຮັບປະກັນຄວາມປອດໄພ; ສົມທົບກັນເພື່ອຍົກຍ້າຍປະຊາຊົນຢູ່ເຂດຕ່ຳທີ່ທີຄວາມສ່ຽງເຊາະເຈື່ອນໄປຍັງສະຖານທີ່ປອດໄພ.

ໂດຍ: ທູຈາງ