ດ້ວຍທິດນໍາທີ່ວ່າ “ສາມັກຄີ - ປະຊາທິປະໄຕ - ລະບຽບວິໄນ - ຢຶດໝັ້ນ - ບຸກທະລຸ - ພັດທະນາ”, ກອງປະຊຸມໃຫຍ່ຄັ້ງນີ້ ມີພາລະໜ້າທີ່, ຄວາມຮັບຜິດຊອບອັນໃຫຍ່ຫຼວງ. ກອງປະຊຸມໃຫຍ່ສືບຕໍ່ຊາບຊຶມແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບການທະຫານ, ການປ້ອງກັນຊາດຢ່າງເລິກເຊິ່ງ; ຢຶດໝັ້ນ, ຮັກສາ ແລະ ເພີ່ມທະວີການນຳພາຂອງພັກຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ ຕໍ່ກອງທັບ.
ນີ້ກໍ່ແມ່ນໂອກາດເພື່ອວິເຄາະ, ຕີລາຄາສະພາບການທີ່ກະທົບໃສ່ໜ້າທີ່ການທະຫານ, ການປ້ອງກັນຊາດ; ເບິ່ງຄືນຜົນການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI ຢ່າງຮອບດ້ານ; ຍົກອອກໃຫ້ເຫັນຜົນງານທີ່ບັນລຸໄດ້, ຊີ້ແຈງບັນດາຂໍ້ຈຳກັດ, ສາຍເຫດ, ຖອດຖອນບົດຮຽນອັນລ້ຳຄ່າໃນວຽກງານນຳພາ, ຊີ້ນຳຂອງອົງຄະນະພັກກອງທັບ ຕໍ່ກັບກອງທັບ. ບົນພື້ນຖານນັ້ນ, ກອງປະຊຸມໃຫຍ່ ຍັງໄດ້ວາງອອກທິດທາງ, ເປົ້າໝາຍ, ໜ້າທີ່ການທະຫານ, ການປ້ອງກັນຊາດ ແລະກໍ່ສ້າງອົງຄະນະພັກກອງທັບ ອາຍຸການ 2025-2030; ສຸມໃສ່ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງເອກະສານຂອງສູນກາງພັກ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ; ພ້ອມກັນນັ້ນ ຄັດເລືອກເອົາບັນດາຜູ້ແທນທີ່ດີເດັ່ນ, ເປັນແບບຢ່າງທາງດ້ານຄຸນທາດການເມືອງ, ສະຕິປັນຍາ, ຄຸນສົມບັດ ແລະກໍາລັງຄວາມສາມາດ, ສົມເປັນຕົວແທນໃຫ້ແກ່ເຈດຈໍານົງ, ຄວາມຄາດຫວັງຂອງອົງຄະນະພັກກອງທັບ ແລະ ທົ່ວກອງທັບ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.
    |
 |
ບັນຍາກາດກອງປະຊຸມກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XII ອາຍຸການ 2025-2030. ພາບ: qdnd.vn |
ດ້ວຍຄວາມຕັດສິນໃຈສູງສຸດ, ຜູ້ແທນແຕ່ລະຄົນ ຕ້ອງເຊີດຊູນ້ຳໃຈຄວາມຮັບຜິດຊອບ, ອຸທິດສະຕິປັນຍາ, ຄວາມສຸດຈິດສຸດໃຈ, ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງກອງປະຊຸມໃຫຍ່. ພະນັກງານ, ນັກຮົບໃນທົ່ວກອງທັບ ຈົ່ງມຸ່ງໄປຫາກອງປະຊຸມໃຫຍ່ດ້ວຍຈິດໃຈໃໝ່, ຄວາມຕັດສິນໃຈໃໝ່, ເຮັດໃຫ້ເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ເປັນການກະທໍາລະອຽດໃນການຝຶກແອບ, ກຽມພ້ອມສູ້ຮົບ, ໃນການຮໍ່າຮຽນ, ການປະຕິບັດໜ້າທີ່ວຽກງານ ແລະການຝຶກຝົນຫຼໍ່ຫຼອມຕົນເອງ. ບໍ່ວ່າຢູ່ບ່ອນໃດ, ດຳລົງຕຳແໜ່ງອັນໃດ, ພະນັກງານ, ນັກຮົບແຕ່ລະຄົນ ຕ້ອງສືບຕໍ່ປະກາຍແສງສະຫວ່າງຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່ ໃນສັງກາດໃໝ່, ສ້າງແຫຼ່ງກຳລັງແຮງຊະນະເລີດໃຫ້ກອງທະຫານສູ້ຮົບ, ກອງທະຫານປະຕິບັດງານ, ກອງທະຫານອອກແຮງງານທໍາການຜະລິດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຮັກແພງຂອງປະຊາຊົນທີ່ມີຕໍ່ພັກ ແລະຕໍ່ກອງທັບ.
ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XII ຈະເພີ່ມກຳລັງແຮງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ເພື່ອໃຫ້ທົ່ວກອງທັບຮັກສານ້ຳໃຈສາມັກຄີ, ສືບຕໍ່ຂຽນຕໍ່ໜ້າປະຫວັດສາດອັນສະຫງ່າລາສີ, ກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ເພີ່ມທະວີກໍາລັງແຮງດ້ານການປ້ອງກັນຊາດ, ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ ໄວ້ໃຫ້ໝັ້ນຄົງ.
ໂດຍ: ທູຈາງ