ກວດກາວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ
ກປ.ອອນໄລ - ຄະນະປະຕິບັດງານຂອງກອງບັນຊາການທະຫານເຂດ 4 ນໍາໂດຍທ່ານພັນເອກພິເສດ ໂງນາມເກື່ອງ, ຮອງຜູ້ບັນຊາການທະຫານເຂດ 4 ຫາກໍ່ໄປຢ້ຽມຢາມ, ອວຍພອນບຸນປີໃໝ່ປະຈໍາຊາດລາວ ແລະກວດກາວຽກງານທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໃນລະດູແລ້ງ 2024- 2025.
ທ່ານພັນເອກພິເສດ ຫງວຽນບາຢ້ວນ, ຫົວໜ້າການເມືອງກອງບັນຊາການທະຫານແຂວງກວາງຈີ້, ຮອງຫົວໜ້າຄະນະຊີ້ນຳ 515 ແຂວງກວາງຈີ້ ເຂົ້າຮ່ວມຄະນະປະຕິບັດງານ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະອວຍພອນປີໃໝ່ໃຫ້ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງ, ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະສາລະວັນ; ກອງພົນ 4, ກອງທັບປະຊາຊົນລາວ.
ຕາງໜ້າຄະນະປະຕິບັດງານ, ທ່ານພັນເອກພິເສດ ໂງນາມເກື່ອງ ໄດ້ກ່າວຄຳອວຍພອນໄຊອັນປະເສີດມາຍັງອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນ ແລະກໍາລັງປະກອບອາວຸດແຂວງສະຫວັນນະເຂດ ແລະສາລະວັນ; ກອງພົນ 4, ກອງທັບປະຊາຊົນລາວ ຕ້ອນຮັບບຸນປີໃໝ່ປະຈໍາຊາດຢ່າງອົບອຸ່ນ, ມີຄວາມຜາສຸກ ແລະຍາດໄດ້ໄຊຊະນະໃໝ່ຫຼາຍຢ່າງ.
    |
 |
ທ່ານພັນເອກພິເສດ ຫງວຽນບາຢ້ວນ ຫົວໜ້າການເມືອງກອງບັນຊາການທະຫານແຂວງກວາງຈີ້ ພ້ອມດ້ວຍຄະນະປະຕິບັດງານກອງບັນຊາການທະຫານເຂດ 4 ອວຍພອນບຸນປີໃໝ່ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງສະຫວັນນະເຂດ. ພາບ: ກີມກຸຍ |
ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບຜົນການປະຕິບັດໜ້າທີ່ດ້ານການທະຫານ ແລະປ້ອງກັນຊາດ, ພົ້ນເດັ່ນແມ່ນການພົວພັນຕ່າງປະເທດດ້ານປ້ອງກັນຊາດ ກັບປະເທດເພື່ອນລາວ ເວົ້າລວມ ແລະແຂວງສະຫວັນນະເຂດ, ແຂວງສາລະວັນ ເວົ້າສະເພາະ ບັນລຸໄດ້ໝາກຜົນອັນແທດຈິງຫຼາຍຢ່າງ, ເປັນຕົ້ນແມ່ນໃນວຽກງານສົມທົບປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ກັບຄືນປະເທດ. ຄະນະປະຕິຍັດງານຍັງໄດ້ລົງກວດກາການປະຕິບັດວຽກງານທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນບໍລິເວນແຂວງສະຫວັນນະເຂດ ແລະສາລະວັນ.
ພາຍຫຼັງການກວດກາ, ຄະນະປະຕິບັດງານໄດ້ຊົມເຊີຍພະນັກງານ, ພາລະກອນກອງທ້ອນໂຮມ 584. ພ້ອມທັງ, ສະເໜີໃຫ້ພະນັກງານ, ພາລະກອນ ສືບຕໍ່ສົມທົບກັນຍູ້ແຮງວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ເພີ່ມທະວີວຽກງານຂົນຂວາຍປະຊາຊົນ, ປະຕິບັດລະບຽບວິໄນກອງທັບ, ຂໍ້ກໍານົດຂອງປະເທດລາວ ຢ່າງເຂັ້ມງວດ. ສ້າງແຜນການ, ຈັດຕັ້ງການມອບຮັບ, ເຄື່ອນຍ້າຍ, ສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ກັບຄືນຫວຽດນາມ ເຊິ່ງຮັບປະກັນຄວາມສະຫງ່າລາສີ, ເຄັ່ງຂຶມ, ສອດຄ່ອງກັບຮີດຄອງປະເພນີຂອງສອງປະເທດ.
ໂດຍ: ຈາງຫງວຽນ