ຄະນະສິລະປະກອງທັບປະຊາຊົນລາວ ພົບປະແລກປ່ຽນ, ສະແດງທີ່ກອງພົນທະຫານອາກາດ 372
ກປ.ອອນໄລ - ຕອນຄ່ຳວັນທີ 14 ສິງຫາ, ກອງພົນທະຫານອາກາດ 372 (ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ) ໄດ້ຈັດຕັ້ງພິທີຕ້ອນຮັບຄະນະສິລະປະກອງທັບປະຊາຊົນລາວ ມາພົບປະແລກປ່ຽນ, ສະແດງສິລະປະເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດທີ 2 ກັນຍາ ແລະ 63 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ (5-9-1962 / 5-9-2025).
ຄະນະສິລະປະກອງທັບປະຊາຊົນລາວ ນຳໂດຍທ່ານພັນເອກ ໄຊຊະນະ ສະເຫຼີມສັກ, ຮອງຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ.
ກ່າວຄຳເຫັນທີ່ການພົບປະແລກປ່ຽນ, ທ່ານພັນເອກພິເສດ ເຈີ່ນຕຽນຕຸ່ງ, ຫົວໜ້າການທະຫານກອງພົນທະຫານອາກາດ 372 ໄດ້ສະແດງຄວາມຂອບອົກຂອບໃຈ ແລະອວຍພອນໃຫ້ຄະນະສິລະປະກອງທັບປະຊາຊົນລາວ ມີສຸຂະພາບເຂັ້ມແຂງ; ພ້ອມທັງຢືນຢັນວ່າ ການເຄື່ອນໄຫວພົບປະແລກປ່ຽນ ແລະສະແດງສິລະປະຂອງຄະນະ ມີຄວາມໝາຍອັນເລິກເຊິ່ງ, ແຜ່ຂະຫຍາຍຄຸນຄ່າວັດທະນະທຳ, ປະຫວັດສາດຂອງສອງຊາດ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ.
    |
 |
ການນຳກອງພົນທະຫານອາກາດ 372 ມອບຂອງຂວັນທີ່ລະນຶກໃຫ້ທ່ານພັນເອກ ໄຊຊະນະ ສະເຫຼີມສັກ, ຮອງຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ. ພາບ: ກຽມເງິນ |
ລາຍການສະແດງສິລະປະ ດ້ວຍຫົວຂໍ້ “ສາຍພົວພັນ ຫວຽດນາມ-ລາວ ສັດຊື່ ບໍລິສຸດຜຸດຜ່ອງ” ສະແດງ ໂດຍຄະນະສິລະປະກອງທັບປະຊາຊົນລາວ ລວມມີບັນດາລາຍການດົນຕີ, ຟ້ອນລຳທຳເພງທີ່ຕິດພັນກັບສີສັນວັດທະນະທຳລາວ, ບັນດາບົດເພງປະຕິວັດຍ້ອງຍໍສັນລະເສີນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງຊາດ, ສອງກອງທັບ.
ຕາງໜ້າຄະນະ, ທ່ານພັນເອກ ໄຊຊະນະ ສະເຫຼີມສັກ ກ່າວວ່າ: “ພວກຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະພາກພູມໃຈຫຼາຍທີ່ໄດ້ມາສະແດງ, ພົບປະແລກປ່ຽນຢູ່ຫວຽດນາມ. ນີ້ແມ່ນກາລະໂອກາດອັນລ້ຳຄ່າເພື່ອໃຫ້ບັນດານັກສິລະກອນ, ນັກສະແດງ ແລະພະນັກງານ, ນັກຮົບສອງປະເທດຮັດແໜ້ນນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນ, ພົບປະແລກປ່ຽນ ແລະຮຽນຮູ້ເຊິ່ງກັນ ແລະກັນກວ່າອີກ”.
    |
 |
ບາງລາຍການສະແດງສິລະປະ. ພາບ: ກຽມເງິນ |
ໂດຍ: ຈາງຫງວຽນ