ໜັງສືພິມກອງທັບປະຊາຊົນລາວ ແລກປ່ຽນວິຊາສະເພາະກັບໜັງສືພິມທະຫານເຂດ 2
ກປ.ອອນໄລ - ວັນທີ 14 ສິງຫາ, ທ່ານພົນຈັດຕະວາ ດັ້ງວັນລອງ, ຮອງຜູ້ບັນຊາການທະຫານເຂດ 2 ໄດ້ໃຫ້ການຕ້ອນຮັບຄະນະຝຶກອົບຮົມໜັງສືພິມກອງທັບປະຊາຊົນລາວ ນໍາໂດຍທ່ານພັນໂທ ອາໄພ ອະໄພຍະວົງ ຮອງຫົວໜ້າກອງບັນນາທິການໜັງສືພິມກອງທັບປະຊາຊົນລາວ ເນື່ອງໃນໂອກາດທີ່ຄະນະ ໄດ້ມາຝຶກອົບຮົມວຽກງານສື່ມວນຊົນຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ດັ້ງວັນລອງ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບສະພາບການຂອງທະຫານເຂດ 2 ແລະບັນດາໝາກຜົນພົ້ນເດັ່ນໃນການພົວພັນຮ່ວມມືກັບບັນດາແຂວງ, ກົມກອງພາກເໜືອຂອງລາວ ໃນໄລຍະຜ່ານມາ; ພ້ອມກັນນັ້ນ ສະເໜີໃຫ້ໜັງສືພິມກອງທັບປະຊາຊົນລາວ ສືບຕໍ່ເອົາໃຈໃສ່, ໂຄສະນາເພີ່ມພູນຄູນສ້າງສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງທະຫານເຂດ 2 ກັບບັນດາແຂວງ, ກົມກອງພາກເໜືອຂອງລາວ ເວົ້າສະເພາະ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ຕໍ່ມາ, ຄະນະໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນກັບໜັງສືພິມທະຫານເຂດ 2.
    |
 |
ທ່ານພັນເອກພິເສດ ດ່າວຫງອກເຟືອງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: qdnd.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພັນເອກພິເສດ ດ່າວຫງອກເຟືອງ, ຮອງຫົວໜ້າຫ້ອງການເມືອງທະຫານເຂດ 2 ໃຫ້ຮູ້ວ່າ: ຫ້ອງການເມືອງ ທະຫານເຂດ 2 ແລະພະນັກງານ, ນັກຂ່າວໜັງສືພິມທະຫານເຂດ 2 ມີຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນພະນັກງານໜັງສືພິມກອງທັບປະຊາຊົນລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ທະຫານເຂດ 2.
    |
 |
ທ່ານພັນເອກພິເສດ ດ່າວດຶກແຮງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: qdnd.vn |
ແລກປ່ຽນທີ່ກອງປະຊຸມ, ທ່ານພັນເອກພິເສດ ດ່າວດຶກແຮງ, ຫົວໜ້າບັນນາທິການໜັງສືພິມທະຫານເຂດ 2 ຫວັງວ່າ ໃນໄລຍະຈະມາເຖິງ, ໜັງສືພິມທະຫານເຂດ 2 ຈະມີການພົບປະ, ແລກປ່ຽນບົດຮຽນຫຼາຍຢ່າງກັບບັນດາສະຫາຍກວ່າອີກ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງໜັງສືພິມທະຫານເຂດ 2 ກັບໜັງສືພິມກອງທັບປະຊາຊົນລາວ ເວົ້າສະເພາະ, ກໍ່ຄືປັບປຸງນໍ້າໃຈສາມັກຄີ, ມິດຕະພາບຫວຽດນາມ-ລາວ ທີ່ການນໍາຮຸ່ນຕ່າງໆ ແລະປະຊາຊົນສອງປະເທດ ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ ເວົ້າລວມ.
    |
 |
ທ່ານພັນໂທ ອາໄພ ອະໄພຍະວົງ ແບ່ງປັນທີ່ກອງປະຊຸມ. ພາບ: qdnd.vn |
    |
 |
ບັນດາຜູ້ແທນແລກປ່ຽນຢູ່ນອກກອງປະຊຸມ. ພາບ: qdnd.vn |
ທ່ານພັນໂທ ອາໄພ ອະໄພຍະວົງ ແບ່ງປັນວ່າ: ການຢ້ຽມຢາມ ແລະການໄປທັດສະນະສຶກສາຕົວຈິງກັບໜັງສືພິມທະຫານເຂດ 2 ເພື່ອແນໃສ່ແລກປ່ຽນປະສົບການ, ຜັນຂະຫຍາຍບັນດາມາດຕະການໂຄສະນາລະຫວ່າງອົງການສື່ມວນຊົນກອງທັບສອງປະເທດໃຫ້ນັບມື້ນັບບັນລຸປະສິດທິຜົນສູງ, ປະກອບສ່ວນເສີມຂະຫຍາຍ ແລະຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ.
ໂດຍ: ທະນາພອນ