leftcenterrightdel
ການຖະແຫຼງຂ່າວກ່ຽວກັບລາງວັນ “ວິສາຫະກິດດີເດັ່ນເພື່ອຜູ້ອອກແຮງງານ” ປີ 2025. ພາບ: vneconomy.vn

ປີ 2025, ມີ 28 ວິສາຫະກິດດີເດັ່ນໄດ້ຮັບການເຊີດຊູ, ຕາມບັນດາມາດຖານຕີລາຄາຢ່າງເຄັ່ງຄັດກ່ຽວກັບຄວາມຮັບຜິດຊອບຂອງວິສາຫະກິດຕໍ່ກັບຜູ້ອອກແຮງງານ, ຄວາມຮັບຜິດຊອບຕໍ່ລັດ, ຄວາມຮັບຜິດຊອບຕໍ່ສັງຄົມ. ບັນດາວິສາຫະກິດທີ່ໄດ້ຮັບການຄັດເລືອກແມ່ນບັນດາຫົວໜ່ວຍທີ່ປະຕິບັດກົດໝາຍວ່າດ້ວຍແຮງງານເປັນຢ່າງດີ, ມີສະພາບແວດລ້ອມແຫ່ງການເຮັດວຽກສີຂຽວ, ສະອາດ, ສວຍງາມ, ມີຫຼາຍນະໂຍບາຍເບິ່ງແຍງດູແລໃຫ້ຜູ້ອອກແຮງງານ ດີກວ່າຂໍ້ກຳນົດຂອງກົດໝາຍ, ມີກຳມະບານຮາກຖານເຄື່ອນໄຫວຢ່າງໝັ້ນຄົງເຂັ້ມແຂງ, ມີການປະກອບສ່ວນຕັ້ງໜ້າໃຫ້ແກ່ງົບປະມານແຫ່ງລັດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາແບບຍືນຍົງຂອງປະຊາຄົມ, ທ້ອງຖິ່ນ.

ທ່ານນາງ ຖາຍທູເຊືອງ, ຮອງປະທານຜູ້ປະຈຳການສະຫະພັນໃຫຍ່ແຮງງານຫວຽດນາມ, ຫົວໜ່ວຍເປັນເຈົ້າພາບຈັດຕັ້ງ ໃຫ້ຮູ້ວ່າ ລາງວັນແມ່ນການຮັບຮູ້ຢ່າງສົມກຽດສຳລັບບັນດາວິສາຫະກິດທີ່ຖືມະນຸດເປັນໃຈກາງ, ປະຕິບັດພັນທະຕໍ່ລັດເປັນຢ່າງດີ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ. ນີ້ແມ່ນກຳລັງໜູນເພື່ອແຜ່ຂະຫຍາຍບັນດາຄຸນຄ່າທີ່ຕັ້ງໜ້າໃນປະຊາຄົມວິສາຫະກິດ ຫວຽດນາມ. ນັບແຕ່ປີ 2014 ມາຮອດປັດຈຸບັນ, ລາຍການໄດ້ເຊີດຊູ 578 ເທື່ອວິສາຫະກິດ.

ແຫຼ່ງຄັດຈາກ: vovworld.vn