    |
 |
ທ່ານພົນເອກ ຈິ້ງວັນກວຽດ ແລະທ່ານພົນຕີ ວົງສອນ ອິນປານພິມ ຖ່າຍຮູບກ່ອນທີ່ດໍາເນີນການພົບປະສອງຝ່າຍ. ພາບ: qdnd.vn |
ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະກອງທັບແຕ່ລະປະເທດ. ກ່ຽວກັບບັນຫາທະເລຕາເວັນອອກ, ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນແກ້ໄຂທຸກການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະຄົບຖ້ວນ, ສິ້ນສຸດການເຈລະຈາ ແລະລົງນາມໃນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.
    |
 |
ທ່ານພົນເອກ ຈິ້ງວັນກວຽດ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: qdnd.vn |
    |
 |
ທ່ານພົນຕີ ວົງສອນ ອິນປານພິມ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ໃນໄລຍະຜ່ານມາ, ບົນພື້ນຖານບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມ, ສອງຝ່າຍໄດ້ຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍບັນດາຂົງເຂດຮ່ວມມື, ບັນລຸໄດ້ໝາກຜົນທີ່ແທດຈິງ, ພົ້ນເດັ່ນແມ່ນ: ໄດ້ສົມທົບຢ່າງແໜ້ນແຟ້ນ, ປະຕິບັດວຽກງານໂຄສະນາເຜີຍແຜ່ ແລະສຶກສາອົບຮົມກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດໃຫ້ເປັນຢ່າງດີ; ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນໄດ້ຮັບການຖືເປັນສໍາຄັນ; ບັນດາຮູບການ, ກົນໄກຮ່ວມມື ຄື ການເຈລະຈານະໂຍບາຍປ້ອງກັນຊາດ, ການພົບປະແລກປ່ຽນນາຍທະຫານໜຸ່ມນັບມື້ນັບແທດຈິງ, ມີປະສິດທິຜົນ; ການຮ່ວມມືໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດນັບມື້ນັບໄດ້ຮັບການຖືເປັນສໍາຄັນ; ວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ ໄດ້ຖືເປັນສໍາຄັນ, ຊຸກຍູ້...
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ທ່ານພົນເອກ ຈິ້ງວັນກວຽດ ສະເໜີໃຫ້ສອງຝ່າຍສຸມໃສ່ບາງເນື້ອໃນການຮ່ວມມືຈຸດສຸມ, ຄື: ເພີ່ມທະວີການພົບປະຂັ້ນສູງ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະຜັນຂະຫຍາຍວຽກງານໂຄສະນາ, ສຶກສາອົບຮົມກ່ຽວກັບປະຫວັດສາດ, ຄວາມໝາຍ ແລະຄວາມສຳຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ, ເປັນຕົ້ນແມ່ນສໍາລັບລຸ້ນໜຸ່ມ; ເພີ່ມທະວີການຮ່ວມມືໃນຂົງເຂດສື່ມວນຊົນ, ໂຄສະນາ, ຄຸ້ມຄອງສື່ສັງຄົມອອນລາຍ ໂດຍຜ່ານການແລກປ່ຽນປະສົບການ, ຝຶກອົບຮົມ, ບໍາລຸງສ້າງດ້ານວິຊາສະເພາະ, ຈັດສົ່ງຊ່ຽວຊານມາຊ່ວຍເຫຼືອ, ໜູນຊ່ວຍເຊິ່ງກັນ ແລະກັນ; ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກ, ຮູບແບບການຮ່ວມມື ຄື: ງານພົບປະແລກປ່ຽນນາຍທະຫານໜຸ່ມ, ງານພົບປະແລກປ່ຽນແມ່ຍິງກອງທັບ, ການແຮກສ່ຽວລະຫວ່າງທະຫານ-ປະຊາຊົນ, ກອງປະຊຸມປະຈຳປີລະຫວ່າງທະຫານເຂດ, ເຫຼົ່າທັບ ແລະກຳລັງປ້ອງກັນຊາຍແດນສອງປະເທດ; ພິເສດແມ່ນຖືເປັນສໍາຄັນການຮ່ວມມືດ້ານການບໍາລຸງສ້າງ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ສືບຕໍ່ສົມທົບກັນ, ຊີ້ນຳວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ; ສົມທົບກັນຈັດຕັ້ງກອງປະຊຸມປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ປີ 2025 ຢູ່ລາວ.
    |
 |
ທ່ານພົນເອກ ຈິ້ງວັນກວຽດ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຕີ ວົງສອນ ອິນປານພິມ. ພາບ: qdnd.vn |
ສ່ວນທ່ານພົນຕີ ວົງສອນ ອິນປານພິມ ສະແດງຄວາມເຫັນດີຕໍ່ກັບເນື້ອໃນການແລກປ່ຽນຂອງທ່ານພົນເອກ ຈິ້ງວັນກວຽດ, ເປັນຕົ້ນແມ່ນກ່ຽວກັບຜົນການຮ່ວມມືດ້ານປ້ອງກັນຊາດເວົ້າລວມ, ການຮ່ວມມືລະຫວ່າງສອງກົມໃຫຍ່ການເມືອງ ເວົ້າສະເພາະ ໄດ້ມີບາດກ້າວພັດທະນາໃໝ່, ບັນລຸໄດ້ໝາກຜົນຢ່າງແທດຈິງ, ໃນນັ້ນມີ ຫຼາຍການເຄື່ອນໄຫວ ອັນໄດ້ສ້າງການແຜ່ຂະຫຍາຍອັນດີງາມກ່ຽວກັບສາຍພົວພັນມິດຕະພາບລະຫວ່າງສອງປະເທດ ແລະສອງກອງທັບ.
ໂດຍ: ທູຈາງ