ສາຍພົວພັນແບບພິເສດ, ຄວາມສະໜິດຕິດພັນສັດຊື່ບໍລິສຸດລະຫວ່າງຫວຽດນາມ ແລະລາວ ສືບຕໍ່ເປັນແບບຢ່າງໃຫ້ແກ່ການຮ່ວມມືມິດຕະພາບລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງ.
ຕາມທ່ານ ທອງສະຫວັນ ພົມວິຫານ ແລ້ວ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ແລະການບໍລິຫານຢ່າງມີປະສິດທິຜົນຂອງລັດຖະບານ, ຫວຽດນາມ ໄດ້ຫັນປ່ຽນຈາກປະເທດທຸກຍາກ, ອຶດຫິວ, ໄດ້ຮັບຜົນສະທ້ອນອັນໜັກໜ່ວງຈາກສົງຄາມ ມາໃນຫຼາຍທົດສະວັດ ໄດ້ກາຍເປັນປະເທດທີ່ກ້າວໜ້າ, ທັນສະໄໝ, ມີຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.
ເສດຖະກິດຫວຽດນາມ ມີການເຕີບໂຕທີ່ໜ້າປະທັບໃຈ, ປະຈຸບັນ ຫວຽດນາມ ແມ່ນປະເທດທີ່ມີພື້ນຖານເສດຖະກິດໃຫຍ່ອັນດັບ 33 ໃນໂລກ ແລະນອນໃນກຸ່ມປະເທດທີ່ເຕີບໂຕໄວທີ່ສຸດ. ປີ 2025, ຫວຽດນາມ ຕັ້ງເປົ້າໝາຍການເຕີບໂຕ GDP ໃຫ້ໄດ້ 8% ແລະ ສູ້ຊົນໃຫ້ບັນລຸລະດັບສອງຕົວເລກໃນປີ 2026. ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ 17 ສະບັບ ກັບຄູ່ຮ່ວມມືການຄ້າ, ສ້າງເງື່ອນໄຂສຳຄັນເພື່ອຊຸກຍູ້ການແລກປ່ຽນການຄ້າ ແລະການເຊື່ອມໂຍງເຂົ້າກັບສາກົນ.
    |
 |
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພົບປະກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 58 (AMM 58) ຢູ່ມາເລເຊຍ ໃນວັນທີ 8 ກໍລະກົດ. ພາບ: ກວາງຮວ່າ |
ຄຸນນະພາບການດໍາລົງຊີວິດຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນ, ລາຍຮັບສະເລ່ຍໃສ່ຫົວຄົນໄດ້ເພີ່ມຂຶ້ນຢ່າງແຮງ, ຈາກປະມານ 498 ໂດລາສະຫະລັດ/ປີ/ຄົນ ໃນປີ 2000, ຢືນອັນດັບທີ 7/10 ໃນອາຊຽນ ແລະທີ 173/200 ໃນໂລກ, ເພີ່ມຂຶ້ນສູງກວ່າ 4.000 ໂດລາສະຫະລັດ/ປີ/ຄົນໃນປີ 2024. ນີ້ແມ່ນພະຍານຫຼັກຖານໃຫ້ແກ່ການພັດທະນາແບບຍືນຍົງ ແລະການປັບປຸງການດໍາລົງຊີວິດຂອງປະຊາຊົນ.
ຖານະບົດບາດ, ທີ່ຕັ້ງສາກົນຂອງຫວຽດນາມ ໄດ້ຮັບການຍົກສູງຂຶ້ນ. ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບ 194 ປະເທດ, ໃນນັ້ນ ຫວຽດນາມ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 5 ປະເທດປະຈໍາການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຢູ່ໃນໂລກ.
ທ່ານ ທອງສະຫວັນ ພົມວິຫານ ເນັ້ນໜັກວ່າ ບັນດາຜົນງານຮອບດ້ານ ແລະມີຄວາມໝາຍປະຫວັດສາດຂອງຫວຽດນາມ ແມ່ນກຳລັງໜູນອັນໃຫຍ່ຫຼວງໃຫ້ແກ່ລາວ, ແມ່ນປັດໄຈສຳຄັນ ແລະເປັນກຳລັງໜູນປະກອບສ່ວນເຂົ້າໃນການສ້າງສາ ແລະພັດທະນາປະເທດລາວ ຢ່າງບໍ່ຢຸດຢັ້ງ. ທ່ານ ທອງສະຫວັນ ພົມວິຫານ ເຊື່ອໝັ້ນວ່າ ດ້ວຍວິໄສທັດຮອດປີ 2030 ແລະ 2045, ຫວຽດນາມ ຈະກາຍເປັນປະເທດອຸດສາຫະກຳ ຕາມທິດທັນສະໄໝ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະມີລາຍຮັບສູງ.
ທ່ານ ທອງສະຫວັນ ພົມວິຫານ ເນັ້ນໜັກວ່າ ລາວ ແລະຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມີເສັ້ນຊາຍແດນຕິດຈອດກັນແຕ່ເໜືອຮອດໃຕ້, ມີການພົວພັນມິດຕະພາບທີ່ຍິ່ງໃຫຍ່, ມີຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ໂດຍ ປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ, ກໍ່ສ້າງບົນພື້ນຖານຄວາມສະໜິດຕິດພັນທີ່ໝັ້ນແກ່ນ ແລະການເສຍສະຫຼະອັນໃຫຍ່ຫຼວງ.
    |
 |
ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນວິວັດການຕໍ່ສູ້ປົດປ່ອຍຊາດ ຕ້ານຈັກກະພັດຜູ້ຮຸກຮານ, ສອງປະເທດໄດ້ຄຽງບ່າຄຽງໄຫຼ່, ສົມທົບກັນຢ່າງແໜ້ນແຟ້ນ, ພ້ອມກັນຍາດໄດ້ໄຊຊະນະຢ່າງສົມບູນໃນປີ 1975. ນັບແຕ່ນັ້ນຈົນມາຮອດປັດຈຸບັນ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະພັດທະນາໃນທຸກຂົງເຂດ.
ທ່ານ ທອງສະຫວັນ ພົມວິຫານ ໃຫ້ຮູ້ວ່າ ສອງປະເທດລາວ ແລະຫວຽດນາມ ຈະສືບຕໍ່ປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ, ສຸມໃສ່ບັນດາເນື້ອໃນ, ເພີ່ມທະວີການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັກສາບົດບາດເສົາຄ້ຳຂອງການພົວພັນສອງຝ່າຍ. ພ້ອມທັງ ຍູ້ແຮງການໂຄສະນາເຜີຍແຜ່ ແລະສຶກສາອົບຮົມກ່ຽວກັບແຫຼ່ງກຳເນີດ ແລະຄວາມໝາຍຂອງສາຍພົວພັນແບບພິເສດ ລາວ-ຫວຽດນາມ ພິເສດແມ່ນຕໍ່ກັບຄົນຮຸ່ນໜຸ່ມ.
ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ສູ້ຊົນບັນລຸວົງເງິນການຄ້າໃຫ້ໄດ້ 5 ຕື້ໂດລາສະຫະລັດ, ກໍຄືຜັນຂະຫຍາຍບັນດາໂຄງການຍຸດທະສາດ ຄື: ທາງດ່ວນ ຮ່າໂນ້ຍ-ວຽງຈັນ, ທາງລົດໄຟ ວຽງຈັນ-ທ່າແຂກ -ຫວູງອ໊າງ. ຍົກສູງຄຸນນະພາບຂອງການບໍາລຸງກໍ່ສ້າງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນໃຫ້ແກ່ແມ່ຍິງລາວ. ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສສາກົນ ແລະຢູ່ໃນອາຊຽນ.
ຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ແລ້ວ, ບົດບາດ, ວິໄສທັດ ແລະການອຸທິດຕົນຂອງການນຳຫວຽດນາມ ລຸ້ນຕ່າງໆ ໃນໄລຍະ 80 ປີຜ່ານມາ, ພິເສດແມ່ນພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່ໄດ້ປະກອບສ່ວນຕັດສິນໃຈເຂົ້າໃນຜົນສຳເລັດຂອງຫວຽດນາມ.
ປະເທດລາວ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນງານອັນໃຫຍ່ຫຼວງກວ່າອີກ, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາ, ທັນສະໄໝ, ມີລາຍຮັບປານກາງສູງໃນປີ 2030 ແລະເປັນປະເທດທີ່ມີລາຍຮັບສູງໃນປີ 2045.
ໂດຍ: ທູຈາງ