ຕ້ອນຮັບຄະນະຜູ້ແທນ, ຝ່າຍໜັງສືພິມກອງທັບປະຊາຊົນຫວຽດນາມ ມີທ່ານພົນຈັດຕະວາ ດວ່ານຊວນໂບ້, ເລຂາຄະນະພັກ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ; ພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ; ພ້ອມດ້ວຍຜູ້ຕາງໜ້າການນໍາບັນດາພະແນກການ...

leftcenterrightdel
ທ່ານພັນໂທ ອາໄພ ອະໄພຍະວົງ ມອບຂອງຂວັນເປັນທີ່ລະນຶກໃຫ້ໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: ດັ້ງເກື່ອງ
leftcenterrightdel
ທ່ານພົນຈັດຕະວາ ດວ່ານຊວນໂບ້, ເລຂາຄະນະພັກ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ມອບຂອງຂວັນໃຫ້ຄະນະຝຶກອົບຮົມໜັງສືພິມກອງທັບປະຊາຊົນລາວ. ພາບ: ດັ້ງເກື່ອງ

ຕາງໜ້າຄະນະພັກ, ຄະນະບັນນາທິການ ແລະຖັນແຖວນັກຂ່າວ, ບັນນາທິການ, ພະນັກງານ, ນັກຮົບ ແລະຜູ້ອອກແຮງງານຂອງໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນ; ເນັ້ນໜັກວ່າ ການຢ້ຽມຢາມ ແລະທັດສະນະສຶກສາຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ ຄັ້ງນີ້ ໄດ້ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບແບບພິເສດລະຫວ່າງ ຫວຽດນາມ-ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ປາດຖະໜາວ່າ ຄະນະຜູ້ແທນຈະມີຄວາມຮູ້, ມີບົດຮຽນອັນໃໝ່, ມີຄວາມປະທັບໃຈ ແລະຄວາມຊົງຈຳທີ່ສວຍງາມໃນໄລຍະຝຶກອົບຮົມຢູ່ຫວຽດນາມ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: ດັ້ງເກື່ອງ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພັນໂທ ອາໄພ ອະໄພຍະວົງ ໄດ້ສະແດງຄວາມເປັນກຽດເມື່ອນຳໜ້າຄະນະຝຶກອົບຮົມມາຢ້ຽມຢາມ ແລະເຮັດວຽກກັບໜັງສືພິມກອງທັບປະຊາຊົນຫວຽດນາມ, ພ້ອມທັງແນະນຳໂດຍສັງເຂບວິວັດແຫ່ງການສ້າງຕັ້ງ, ພັດທະນາ ແລະໂຄງປະກອບການຈັດຕັ້ງຂອງໜັງສືພິມກອງທັບປະຊາຊົນລາວ.

leftcenterrightdel
ທ່ານພັນໂທ ອາໄພ ອະໄພຍະວົງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ດັ້ງເກື່ອງ

ໃນຕະຫຼອດໄລຍະ 60 ປີຜ່ານມາ, ໜັງສືພິມກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວ, ຕັ້ງແຕ່ເລີ່ມຕົ້ນມີໜັງສືພິມທີ່ພິມຈໍາໜ່າຍເປັນລາຍເດືອນ, ລາຍອາທິດ ແລ້ວລາຍວັນ ຈົນເຖິງການພັດທະນາໜັງສືພິມກອງທັບປະຊາຊົນລາວ ເອເລັກໂຕນິກ ດ້ວຍສອງພາສາ: ພາສາລາວ ແລະພາສາອັງກິດ; ພິເສດແມ່ນໃນໄລຍະຈະມາເຖິງ, ໜັງສືພິມກອງທັບປະຊາຊົນລາວ ຈະກໍ່ສ້າງ ແລະພິມຈຳໜ່າຍໜັງສືພິມກອງທັບປະຊາຊົນ ເອເລັກໂຕນິກ ພາສາຫວຽດ.

leftcenterrightdel
 
leftcenterrightdel
ຄະນະຝຶກອົບຮົມໜັງສືພິມກອງທັບປະຊາຊົນລາວ ພ້ອມດ້ວຍພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຖ່າຍຮູບເປັນທີ່ລະນຶກ. ພາບ: ດັ້ງເກື່ອງ

ໃນໄລຍະຈະມາເຖິງ, ທ່ານພັນໂທ ອາໄພ ອະໄພຍະວົງ ສະເໜີວ່າ ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະອົງການສື່ມວນຊົນຂອງກອງທັບປະຊາຊົນລາວ ຈະເພີ່ມທະວີການຮ່ວມມືໃນບັນດາຂົງເຂດບໍາລຸງກໍ່ສ້າງນັກຂ່າວ, ບັນນາທິການ, ແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນວິຊາສະເພາະ, ເພື່ອປະຕິບັດໜ້າທີ່ໂຄສະນາເຜີຍແຜ່ຂອງບັນດາອົງການສື່ມວນຊົນກອງທັບສອງປະເທດເປັນຢ່າງດີ, ແນໃສ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ຈາງຫງວຽນ