ຄະນະໄດ້ໄປຢ້ຽມຢາມ, ລະດົມກໍາລັງໃຈພະນັກງານ, ພາລະກອນກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ທີ່ພວມປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃນລະດູແລ້ງ 2024-2025 ໃນບໍລິເວນ 3 ແຂວງຊຽງຂວາງ, ໄຊສົມບູນ ແລະວຽງຈັນ.

leftcenterrightdel
ດຳເນີນການຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ. ພາບ: ຈ້ອງກຽນ

ດ້ວຍຄວາມຮັບຜິດຊອບ ແລະຕັດສິນໃຈສູງ, ຮອດວັນທີ 25 ມີນາ 2025, ພາຍຫຼັງກວ່າ 5 ເດືອນທີ່ໄດ້ສຳຫຼວດ, ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ 2024-2025, ກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ໄດ້ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 58 ອັດຖິ.

leftcenterrightdel
ສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ແລະນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອໜ້າທີ່ສາກົນອັນສູງສົ່ງ. ພາບ: ຈ້ອງກຽນ

ຍ້ອງຍໍຊົມເຊີຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາຂອງພະນັກງານ, ພາລະກອນກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ, ສະຫາຍ ຫງວຽນມິງເຕິມ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ພະນັກງານ, ພາລະກອນກອງທ້ອນໂຮມສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ສາມັກຄີ, ຜ່ານຜ່າຄວາມຫຍຸ້ງຍາກເພື່ອປະຕິບັດສໍາເລັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະສົ່ງກັບຄືນບ້ານເກີດເມືອງນອນ.

ສະຫາຍ ຫງວຽນມິງເຕິມ ກໍ່ຮຽກຮ້ອງຄະນະພັກ ແລະຜູ້ບັນຊາການກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ເອົາໃຈໃສ່ຮັບປະກັນລະບອບ, ນະໂຍບາຍໃຫ້ພະນັກງານ, ພາລະກອນໃນໄລຍະປະຕິບັດໜ້າທີ່, ຊາບຊຶມໃຫ້ພະນັກງານ, ພາລະກອນທົ່ວກອງທ້ອນໂຮມປະຕິບັດກົດໝາຍຂອງສອງປະເທດ ຫວຽດນາມ-ລາວ ຢ່າງເຂັ້ມງວດ, ໃນການປະຕິບັດໜ້າທີ່ຕ້ອງຮັບປະກັນຄວາມປອດໄພຢ່າງເດັດຂາດ.

ໂດຍ: ເຈິ່ນຮວ່ຽນ