ຊອກເຫັນ 65 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ
ກປ.ອອນໄລ - ວັນທີ 12 ເມສາ, ຕາມຂໍ້ມູນຂ່າວສານຈາກກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິເພື່ອຊາດ ສັງກັດກອງບັນຊາການທະຫານແຂວງເງະອານ ໃຫ້ຮູ້ວ່າ ພາຍຫຼັງດຳເນີນສຳຫຼວດ, ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໃນລະດູແລ້ງ 2024-2025 ເປັນເວລາເກືອບ 6 ເດືອນ, ກົມກອງ ໄດ້ຊອກຫາ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ປະເທດເພື່ອນລາວ ຈຳນວນ 65 ອັດຖິ.
ປະຈຸບັນ, ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ນຳໄປໄວ້ອາໄລຢູ່ອານຸສອນສະຖານປະທານ ໂຮ່ຈີມິນ ແລະນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ (ຢູ່ເມືອງໂພນສະຫວັນ, ແຂວງຊຽງຂວາງ).
    |
 |
ຊອກເຫັນ 65 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ວຽກງານສຳຫຼວດ, ຊອກຫາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນສະພາບດິນຟ້າອາກາດທີ່ຮ້າຍແຮງ, ຂຸມຝັງສົບສ່ວນຫຼາຍແມ່ນຕັ້ງຢູ່ເຂດພູສູງ, ຖ້ໍາ, ປ່າເລິກ, ເສັ້ນທາງໄປມາທີ່ຫຍຸ້ງຍາກ. ສະຖານທີ່ຊອກຫາຢູ່ໃນເຂດຖືກພວກສັດຕູມ້າງເພທໍາລາຍຢ່າງດູເດືອດ, ສະນັ້ນ ໝາກໝິ່ນລະເບີດ ທີ່ຕົກຄ້າງຍັງຫຼາຍຢູ່, ໃນຂະນະທີ່ຂໍ້ມູນຂ່າວສານກ່ຽວກັບຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດນັບມື້ນັບຂາດເຂີນ. ເຖິງຢ່າງໃດກໍ່ຕາມ, ຍ້ອນມີຄວາມເອົາໃຈໃສ່, ການຊີ້ນໍານໍາພາ, ອໍານວຍຄວາມສະດວກຂອງຄະນະຊີ້ນໍາ 515 ທຸກຂັ້ນ ແລະຄະນະພັກ, ອໍານາດການປົກຄອງ, ກໍາລັງປະກອບອາວຸດ, ປະຊາຊົນ 3 ແຂວງ, ຄື: ແຂວງຊຽງຂວາງ, ແຂວງໄຊສົມບູນ ແລະແຂວງວຽງຈັນ (ລາວ), ພະນັກງານ, ພາລະກອນຂອງກອງທ້ອນໂຮມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.
    |
 |
ພາຍຫຼັງຊອກເກັນ, ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ນຳໄປໄວ້ອາໄລຢູ່ອານຸສອນສະຖານປະທານ ໂຮ່ຈີມິນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ (ຢູ່ເມືອງໂພນສະຫວັນ, ແຂວງຊຽງຂວາງ, ລາວ). ພາບ: ສໍານັກຂ່າວສານຫວຽດນາມ |
ພາຍຫຼັງຊອກເຫັນ 1 ອັດຖິນັກຮົບເສຍສະຫຼະຊີວິດ ຢູ່ບ້ານລອງແຈ້ງ, ເມືອງລອງແຈ້ງ, ແຂວງໄຊສົມບູນ, ກອງທ້ອນໂຮມສືບຕໍ່ຂະຫຍາຍເຂດຊອກຫາອ້ອມແອ້ມບໍລິເວນດັ່ງກ່າວ.
ໂດຍ: ທູຈາງ