ຄະນະກຳມະການເອີຣົບ ມີປະຕິກິລິຍາຕໍ່ຂໍ້ຕົກລົງຂອງອາເມລິກາ ກ່ຽວກັບການເພີ່ມອັດຕາພາສີນຳເຂົ້າເຫຼັກກ້າຂຶ້ນທົບ 2 ເທົ່າ
ວັນທີ 31 ພຶດສະພາ, ຄະນະກຳມະການເອີຣົບ (EC) ໄດ້ມີປະຕິກິລິຍາຕໍ່ຂໍ້ຕົກລົງຂອງອາເມລິກາ ກ່ຽວກັບການເພີ່ມອັດຕາພາສີນຳເຂົ້າເຫຼັກກ້າຂຶ້ນທົບ 2 ເທົ່າ ຈາກ 25% ຂຶ້ນເປັນ 50%, ພ້ອມທັງໃຫ້ຮູ້ວ່າ ສະຫະພາບເອີຣົບ (EU) ໄດ້ກຽມພ້ອມໝູນໃຊ້ບັນດາມາດຕະການໂຕ້ຕອບ.
ໃນແຈ້ງການສົ່ງທາງອີເມວ, ໂຄສົກ EC ເນັ້ນໜັກວ່າ: “ພວກຂ້າພະເຈົ້າຂໍສະແດງຄວາມເສຍໃຈຕໍ່ເລື່ອງອາເມລິກາ ແຈ້ງເພີ່ມອັດຕາພາສີສຳລັບເຫຼັກກ້ານຳເຂົ້າຈາກ 25% ຂຶ້ນເປັນ 50%”.
ແຈ້ງການກໍມີຕອນຂຽນວ່າ ຂໍ້ຕົກລົງຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ເຮັດໃຫ້ເພີ່ມຄວາມຂາດສະຖຽນລະພາບແກ່ພື້ນຖານເສດຖະກິດທົ່ວໂລກ ແລະເພີ່ມຄ່າໃຊ້ຈ່າຍສຳລັບຜູ້ບໍລິໂພກກໍຄືວິສາຫະກິດຢູ່ທັງສອງຝັ່ງ ອັກລັງຕິກ. ໄປຄຽງຄູ່ກັນນັ້ນ, EC ກ່າວເຕືອນວ່າ “ເລື່ອງເພີ່ມອັດຕາພາສີກໍ່ເຮັດໃຫ້ຄວາມມານະພະຍາຍາມໃນປັດຈຸບັນເພື່ອແນໃສ່ບັນລຸໄດ້ມາດຕະການແກ້ໄຂຜ່ານການເຈລະຈາຖືກຊຸດໂຊມລົງ”.
ກ່ອນໜ້ານັ້ນ, ວັນທີ 30 ພຶດສະພາ ເມື່ອກ່າວຄຳເຫັນໃນໂຮງງານຂອງ US Steel ຢູ່ ລັດ Pennsylvania, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານຈະເພີ່ມອັດຕາພາສີນຳເຂົ້າເຫຼັກກ້າຂຶ້ນເປັນ 50%.
ແຫຼ່ງຄັດຈາກ: vovworld.vn