leftcenterrightdel
ສະຖານທີ່ເກີດເຫດ. ພາບ: Moscow Transport Prosecutor's Office

ມີເຫດຂົວຫັກຖະຫຼົ່ມຢ່າງຮ້າຍແຮງເກີດຂຶ້ນຢູ່ແຂວງ Bryansk ຂອງລັດເຊຍ, ເຮັດໃຫ້ລົດໄຟຂົນສົ່ງຜູ້ໂດຍສານຖືກທັບຖົ່ມ ແລະຫຼາຍຄົນຖືກບາດເຈັບ ແລະເສຍຊີວິດ. ເຫດການດັ່ງກ່າວໄດ້ຮັບຖືວ່າ ມີສັນຍານຂອງການບຸກໂຈມຕີຢ່າງມີຈຸດປະສົງ. ຕາມຂໍ້ມູນຈາກອຳນາດການປົກຄອງທ້ອງຖິ່ນແລ້ວ, ໃນເວລາປະມານ 22 ໂມງຕອນກາງຄືນຂອງວັນທີ 31 ພຶດສະພາ, ຂົວທາງບົກຢູ່ແຖວບ້ານ Vygonichi ໄດ້ຫັກຖະຫຼົ່ມໃນຈຸດເວລາຂະບວນລົດໄຟຂົນສົ່ງຜູ້ໂດຍສານຈາກນະຄອນຫຼວງ ມົດສະກູ ໄປຍັງນະຄອນ Klimov ແລ່ນຜ່ານເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 4 ຄົນ ແລະນັບສິບຄົນຖືກບາດເຈັບ.

ຕາມຂໍ້ມູນຈາກຊ່ອງ Baza ແລ້ວ, ໃນເບື້ອງຕົ້ນໄດ້ຢັ້ງຢືນວ່າສາຍເຫດແມ່ນຍ້ອນບັນດາອຸປະກອນລະເບີດໄດ້ຕິດຕັ້ງຢ່າງມີຈຸດປະສົງ. ຊ່ອງຂ່າວ SHOT ກໍໃຫ້ຂ່າວວ່າຫົວແຫ່ງນີ້ຖືກຫັກຖະຫຼົ່ມຢູ່ສອງຈຸດແຕກຕ່າງກັນ, ດ້ວຍອຸປະກອນລະເບີດ 4 ເຄື່ອງຖືກຕິດຕັ້ງຢູ່ບັນດາເສົາຄ້ຳຂອງຂົວແຫ່ງນີ້.

ແຫຼ່ງຄັດຈາກ: vovworld.vn