ກ່າວຄຳເຫັນທີ່ການພົບປະສອງຝ່າຍ, ທ່ານ ອີຫງອກ ຕີລາຄາສູງໝາກຜົນແຫ່ງການສົມທົບກັນປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ແຂວງອັດຕະປື ໃນໄລຍະຜ່ານມາ. ໃນນັ້ນ, ກອງ K53 ແຂວງກອນຕູມ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແລະປະຊາຊົນລາວບັນດາເຜົ່າໃນວຽກງານຊອກຫາ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.

ສ່ວນທ່ານພົນຈັດຕະວາ ໂຊກໄຊ ພິມມະລາ, ຫົວໜ້າການທະຫານກອງບັນຊາການທະຫານແຂວງອັດຕະປື; ຫົວໜ້າຄະນະປະຕິບັດງານພິເສດແຂວງອັດຕະປື ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ຄະນະປະຕິບັດງານພິເສດແຂວງອັດຕະປື ຈະເພີ່ມທະວີການຊີ້ນໍາບັນດາຂະແໜງການ, ທ້ອງຖິ່ນຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ສົມທົບກັນຢ່າງແໜ້ນແຟ້ນກັບຄະນະສະເພາະກິດແຂວງກອນຕູມ, ເປັນຕົ້ນແມ່ນກອງ K53, ຜັນຂະຫຍາຍການຊອກຫາ, ທ້ອນໂຮມ ແລະສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດກັບຄືນປະເທດ ຖືກຕາມແຜນການທີ່ໄດ້ວາງອອກ. ພ້ອມທັງ, ຈັດການໂຄສະນາອົບຮົມ, ສຶກສາໃຫ້ຄົນລຸ້ນຫຼັງກ່ຽວກັບມູນເຊື້ອສາມັກຄີ, ຄວາມສັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.

leftcenterrightdel
ຄະນະສະເພາະກິດແຂວງກອນຕູມ ແລະຄະນະປະຕິບັດງານພິເສດແຂວງອັດຕະປື ລົງນາມໃນບົດບັນທຶກ ສົມທົບກັນປະຕິບັດໃນລະດູແລ້ງ 2024-2025. ພາບ: qdnd.vn

ບົນພື້ນຖານຄຳເຫັນປະກອບທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍ, ມາດຕະການ ແລະດໍາເນີນປະຕິບັດໃນລະດູແລ້ງ 2024-2025. ສອງຝ່າຍເຫັນດີສືບຕໍ່ສຸມໃສ່ຊີ້ນຳ, ຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນສະໜອງຂໍ້ມູນຂ່າວສານບ່ອນຝັງສົບນັກຮົບເສຍສະຫຼະຊີວິດ; ຍົກສູງໝາກຜົນແຫ່ງການເຄື່ອນໄຫວສົມທົບກັນລະຫວ່າງອຳນາດການປົກຄອງທຸກຂັ້ນ ແລະບັນດາກຳລັງປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ດິນແດນລາວ.

ໃນໂອກາດນີ້, ທ່ານ ອີຫງອກ, ຮອງປະທານຄະນະກຳມະການປະຊາຊົນແຂວງກອນຕູມ ໄດ້ມອບໃບຍ້ອງຍໍຂອງຄະນະກຳມະການປະຊາຊົນແຂວງກອນຕູມ ໃຫ້ແກ່ບັນດາໝູ່ຄະນະ ແລະບຸກຄົນຂອງຄະນະປະຕິບັດງານພິເສດແຂວງອັດຕະປື ທີ່ມີຜົນງານດີເດັ່ນໃນວຽກງານສົມທົບກັນລະດູແລ້ງ 2023-2024.

ໂດຍ: ທູຈາງ